ປະທານາທິບໍດີ ອິຢິບ ຮຽກຮ້ອງ ມາດຕະການສະເໝີພາບໃຫ້ແກ່ການປະທະກັນ ລະຫວ່າງປາແລດສະຕີນ - ອິດສະຣາແອນ

(VOVWORLD) - ທີ່ການພົບປະກັບທ່ານ Jared Kushner, ທີ່ປຶກສາຂອງທຳນຽບຂາວ, ວັນທີ 23 ສິງຫາ, ທ່ານປະທານາທິບໍດີ ອີຢິບ Abdel –Fattah al –Sisi ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການບັນລຸໄດ້ມາດຕະການສະເໝີພາບ ແລະ ຮອບດ້ານໃຫ້ແກ່ການປະທະກັນລະຫວ່າງ ປາແລດສະຕີນ ແລະ ອິດສະຣາແອນ. 
ປະທານາທິບໍດີ ອິຢິບ ຮຽກຮ້ອງ ມາດຕະການສະເໝີພາບໃຫ້ແກ່ການປະທະກັນ ລະຫວ່າງປາແລດສະຕີນ - ອິດສະຣາແອນ - ảnh 1ທ່ານປະທານາທິບໍດີ ອີຢິບ Abdel –Fattah al –Sisi  

ທ່ານປະທານາທິບໍດີ Sisi ກໍ່ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງ ອີຢິບ ໃນການຟື້ນຟູວິວັດທະນາການເຈລະຈາລະຫວ່າງ ປາແລດສະຕີນ ແລະ ອິດສະຣາແອນ, ພ້ອມທັງຖືວ່າ ມາດຕະການຍາວນານສຳລັບພາລະກິດຂອງຊາວ ປາແລດສະຕີນ ຈະຊ່ວຍສ້າງສະພາບການຕົວຈິງໃໝ່ຢູ່ເຂດຕາເວັນອອກກາງ. ທ່ານ al Sisi ຢືນຢັນວ່າ ອີຢີບ ພ້ອມແລ້ວທີ່ຈະຊຸກຍູ້ທຸກໆຄວາມມານະພະຍາຍາມສາກົນເພື່ອແກ້ໄຂການປະທະກັນລະຫວ່າງ ປາແລດສະຕີນ ແລະ ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ