ປະທານາທິບໍດີ ອາເມລິກາ ແລະ ນາຍົກລັດຖະມົນຕີ ອິດສຣາແອນ ໂອ້ລົມທາງໂທລະສັບກ່ຽວກັບສັນຕິພາບຢູ່ຕາເວັນອອກກາງ

ປະທານາທິບໍດີ ອາເມລິກາ ແລະ ນາຍົກລັດຖະມົນຕີ ອິດສຣາແອນ ໂອ້ລົມທາງໂທລະສັບກ່ຽວກັບສັນຕິພາບຢູ່ຕາເວັນອອກກາງ - ảnh 1
(ພາບປະກອບ)
(vovworld) - ຄວາມ​ປອດ​ໄພ​​ໃນ​ພາກ​ພື້ນ ​ແລະ ວິວັດ​ການ​ຊຸກຍູ້​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ ​ແມ່ນ 2 ຫົວ​ຂໍ້​ຕົ້ນ​ຕໍ່​ໃນ​ການໂອ້​ລົມ​ທາງໂທລະ​ສັບ​ລະຫວ່າງ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ແລະ ທ່ານ​ນາຍົກລັດຖະມົນ​ຕີອິດສຣາ​ແອນ Benjamin Netanyahu, ​ເມື່ອ​ວັນ​ທີ 08/05. ການ​​ໂອ້​ລົມ​ດັ່ງກ່າວ​​ດຳ​ເນີນ​ໄປ​ພາຍຫຼັງ 2 – 3 ວັນ​ທີ່ເກີດການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຫວ່າງ​ແລ້ວ​ນີ້​ຂອງ​ອິດສຣາ​ແອນ ​ແນ​ໃສ່​ບັນດາເປົ້າ​ໝາຍ​ໃນ​ເຂດ​ດິນ​ແດນ​ຂອງ​ຊີຣີ. ​ແຕ່​ວ່າ, ​ໃນ​​ແຈ້ງ​ການ​ຂອງ​ຕົນ, ທຳນຽບຂາວ​ໄດ້ປະຕິ​ເສດ​ວິຈານກ່ຽວ​ກັບການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ນີ້. ການ​ນຳ 2 ທ່ານ​ກໍ​ເຫັນ​ດີ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ສະໜິດ​ແໜ້ນ​ໃນ​ບັນຫາ​ຄວາມ​ປອດ​ໄພ. ການ​ໂອ້​ລົມທາງ​ໂທລະສັບ​ດັ່ງ​ກ່າວເພື່ອ​ແນ​ໃສ່​ປັບປຸງຈຸດປະສົງ​ຂອງ​ວໍ​ຊິງ​ເຕັນ ​ໃນ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ການ​ພົວພັນ​ທີ່​ພວມເຄັ່ງ​ຕຶງ​ລະຫວ່າງອິດສະຣາ​ແອນ ​ແລະ ປາ​ແລດ​ສຕິນ. ກ່ອນ​ນັ້ນ 1 ວັນ, ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໃຫ້​ຮູ້​ວ່າ ຈະ​ກັບ​ຄືນ​ຕາ​ເວັນ​ອອກ​ກາງ ​ເພື່ອ​ຊຸກຍູ້​ວິວັດ​ການ​ສັນຕິພາບ​ລະຫວ່າງ 2 ປະ​ເທດ​ດັ່ງກ່າວ, ​ເຊິ່ງ​ເຄີຍຖືກ​ຢຸດ​ສະງັກ​ນັບແຕ່​ທ້າຍ​ປີ 2010.
ຂ່າວ/ບົດ​ອື່ນ