ປະທານາທິບໍດີບູນກາຣີພົບປະ,ແລກປ່ຽນວັດທະນະທຳຢູ່ຮ່າໂນ້ຍ
ທ່ານປະທານາທິບໍດີ ບູນກາຣີ, Rosen Plevneliev ໄດ້ພົບປະກັບທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ
|
(vovworld)- ຕອນຄຳ່ວັນທີ 29/10, ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຫວຽດນາມ, ທ່ານປະທານາທິບໍດີ ບູນກາຣີ, Rosen Plevneliev ໄດ້ພົບປະກັບທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ແລະ ບັນດາອະດີດນັກສຶກສາຫວຽດນາມຢູ່ ບູນກາຣີ, ເຂົ້າຮ່ວມລາຍການສິລະປະວັດທະນະທຳ ໂດຍບັນດານັກສິລະປີນ ບູນກາຣີ ສະແດງ. ທີ່ການພົບປະ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເນັ້ນຫນັກວ່າ: ປີ 2013 ແມ່ນປີສຳຄັນສຳລັບຫວຽດນາມ ແລະ ບູນກາຣີ, ພິເສດ ໃນການຢ້ຽມຢາມຫວຽດນາມຂອງປະທານາທິບໍດີ ບູນກາຣີ ຄັ້ງນີ້ແມ່ນເຫດການມີຄວາມໝາຍດ້ານການເມືອງ, ສັງຄົມຢ່າງເລິກເຊິ່ງ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ບູນກາຣີ ຊື່ງການນຳ, ປະຊາຊົນສອງປະເທດ ຮັກສາ, ເສີມຂະຫຍາຍ,ເພ່ີ່ມພູນຄູນສ້າງ ແລະ ຊຸກຍູ້ຢ່າງບໍ່ຢຸດຢັ້ງ. ປະທານາທິບໍດີ ບູນກາຣີ Rosen Plevneliev ຖືວ່າ: ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ອາລົມຈິດອັນດີງາມລະຫວ່າງຫວຽດນາມ ແລະ ບູນກາຣີ ຈະແມ່ນພື້ນຖານ, ກຳລັງຫນູນເພື່ອໃຫ້ສອງປະເທດສືບຕໍ່ນຳການພົວພັນຮ່ວມມືກ້າວຂຶ້ນບາດກ້າວພັດທະນາໃຫມ່, ເພື່ອຜົນປະໂຫຍດລວມ ແລະ ຕອບສະຫນອງຄວາມມຸ່ງມາດປາດຖະຫນາຂອງປະຊາຊົນສອງຊາດ.