ປະ​ທາ​ນາ​ທິ​ບໍ​ດ​ີ​ລັດ​ເຊຍ Putin ຍ້ອງ​ຍໍ​ຊົມ​ເຊີຍ​ການ​ປັ​ບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ແມ່ນ ຖືກ​ຕ້ອງ​ສຳ​ລັບ​ປະ​ເທດ​ລັດ​ເຊຍ

(VOVWORLD) -ໃນວັນທີ 5 ກໍລະກົດ, ທ່ານ Vladimir Putin ປະທານາທິບໍດີລັດເຊຍໄດ້ປະກາດວ່າ ການປັບປຸງລັດຖະທຳມະນູນທີ່ຫາກໍ່ໄດ້ຮັບຮອງເອົາໃນການປ່ອນບັດທົ່ວປະເທດໄດ້ສ້າງເງື່ອນໄຂໃຫ້ແກ່ການພັດທະນາຄວາມກ້າວໜ້າຂອງປະເທດລັດເຊຍໃນຫຼາຍທົດສະວັດຈະມາເຖິງ.
ປະ​ທາ​ນາ​ທິ​ບໍ​ດ​ີ​ລັດ​ເຊຍ Putin ຍ້ອງ​ຍໍ​ຊົມ​ເຊີຍ​ການ​ປັ​ບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ແມ່ນ ຖືກ​ຕ້ອງ​ສຳ​ລັບ​ປະ​ເທດ​ລັດ​ເຊຍ - ảnh 1ທ່ານ Vladimir Putin ປະທານາທິບໍດີລັດເຊຍ (ພາບ: TTXVN)

 ໜຶ່ງໃນບັນດາການປ່ຽນແປງທີ່ໄດ້ຮັບການອະນຸມັດໃນການປ່ອນບັດທີ່ແກ່ຍາວມາເປັນ 1 ອາທິດດັ່ງກ່າວ ຈະຊ່ວຍໃຫ້ທ່ານ Vladimir Putin ອາດຈະສືບຕໍ່ດຳລົງຕຳແໜ່ງຕື່ມອີກ 2 ອາຍຸການຈົນຮອດປີ 2036. ຂໍ້ກຳນົດຂອງລັດຖະທຳມະນູນສະບັບປັບປຸງໄດ້ຊີ້ແຈ້ງວ່າ ປະທານາທິບໍດີມີສິດສ້າງສະພາຄວາມໝັ້ນຄົງ, ສະພາແຫ່ງລັດ ລັດເຊຍ…

ຕອບກັບ

ຂ່າວ/ບົດ​ອື່ນ