ປະທານາທິບໍດີອາເມລິການາບຂູ່ວ່າຈະດັບສູນອີຣານ

(VOVWORLD) -ວັນທີ 19 ພຶດສະພາ, ທ່ານ Donald Trump ປະທານາທິບໍດີອາເມລິກາ ໄດ້ນາບຂູ່ວ່າຈະດັບສູນອີຣານ, ຜ່ານນັ້ນກໍ່ເຮັດໃຫ້ເພີ່ມທະວີຄວາມວິຕົກກັງວົນເກີດການປະທະກັນລະຫວ່າງສອງປະເທດໃນສະພາບການທີ່ຄວາມເຄັ່ງຕຶງລະຫວ່າງວໍຊິງຕັນ ແລະ ເຕເຮຣານ ນັບມື້ນັບປິນຂັ້ນໄດ.
ປະທານາທິບໍດີອາເມລິການາບຂູ່ວ່າຈະດັບສູນອີຣານ - ảnh 1

ປະທານາທິບໍດີອາເມລິກາ Donald Trump

(ພາບ: Reuters)

ໃນສື່ສັງຄົມTwitter ສ່ວນຕົວ, ປະທານາທິບໍດີອາເມລິກາ Donald Trump ຂຽນວ່າ ຖ້າຫາກວ່າອີຣານ ຢາກເຂົ້າຮ່ວມສົງຄາມ, ນັ້ນຈະແມ່ນການສີ້ນສຸດລົງຢ່າງເປັນທາງການຂອງອີຣານ.

  ປະຈຸບັນ, ວໍຊິງຕັນ ຮຽກຮ້ອງພະນັກງານການທູດຈຳນວນໜຶ່ງຕ້ອງອອກຈາກ ອີຣັກ ດ້ວຍເຫດຜົນຄວາມວິຕົກກັງວົນຕໍ່ໄພນາບຂູ່ຂອງບັນດາກຸ່ມປະກອບອາວຸດໄດ້ຮັບການໜູນຫຼັງຈາກອີຣານ ຢູ່ນີ້ ພ້ອມທັງໄດ້ຜັນຂະຫຍາຍກ່ຳປັ່ນເດີ່ນບິນລຳ 1 ແລະ ກຸ່ມກ່ຳປັ່ນປ້ອງກັນ ພ້ອມດ້ວຍເຮືອບິນຖີ້ມລະເບີດ B-52 ໄປຍັງເຂດອ່າວ Persian.

     ໃນຂະນະນັ້ນ, ອີຣານ ພັດຖືວ່າ: ບັນດາການກະທຳຂອງອາເມລິກາ ພຽງແຕ່ແມ່ນ “”ສົງຄາມຈິດຕະສາດ” ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ