ປະເທດໄທເອົາໃຈໃສ່ເປັນສຳຄັນເຖິງຕະຫຼາດສິນຄ້າອຸດສາຫະກຳຫວຽດນາມ

ປະເທດໄທເອົາໃຈໃສ່ເປັນສຳຄັນເຖິງຕະຫຼາດສິນຄ້າອຸດສາຫະກຳຫວຽດນາມ - ảnh 1
(ພາບປະກອບ)

(vovworld)- ວັນ​ທີ 14 ມີ​ນາ, ທ່ານ ສົມ​ໃຈ ຫານ​ຮີ​ລັນ, ຫົ​ວ​ໜ້າ​ກົມ ກົມ​ສົ່ງ​ເສີມ​ອຸດ​ສາ​ຫະ​ກຳ ຂື້ນ​ກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ໄທ, ໃຫ້​ຮູ້​ວ່າ: ປະ​ເທດນີ້​ໄດ້​ເລີ່ມດຳ​ເນີນ​ການ​ເຄື່ອນ​ໄຫວ​ໃໝ່ ແນ​ໃສ່​ສົ່ງ​ອອກ ສິນ​ຄ້າ​ອຸດ​ສາ​ຫະ​ກຳປະ​ເພດຕ່າງໆໄປ​ຫວຽດ​ນາມ. ທ່ານ ສົມ​ໃຈ ໃຫ້​ຮູ້: ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ (SME) ຂອງ​ໄທ​ພວມ​​ໄດ້​ຮ​ັ​ບ​ການ​ສົ່ງ​ເສີມຜະ​ລິດ ແລະ ສົ່ງອອກ ​ ​ ສິນ​ຄ້າ​ປະ​ເພດຕ່າງໆ ໄປ​ຍັງ​ຕະຫຼາດ​ຫວຽດ​ນາມ, ​ເຊິ່ງ​ແມ່ນຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 4 ຂອງ​ໄທ​ ໃນ​​ພາກ​ພື້ນ ASEAN. ຕາມ​ທ່ານ​ແລ້ວ, ຫວຽດ​ນາມ ໄດ້​ເປັນ​ປະ​ເທດ​ທີ່​ກຳ​ລັງ​ຊອກ​ຫາຫຼາຍ​ຮູບ​ແບບ ກ່ຽວ​ກັບ​ບັນ​ດາ​ແບບ​ ແລະ ເຄື່ອງ​ໝາຍ​ການ​ຄ້າ​ ໃຫ້​​ ​ສິນ​ຄ້າ​ອຸດ​ສາ​ຫະ​ກຳປະ​ເພດຕ່າງໆ, ​ໃນ​ນັ້ນ​ມີ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຂອງ​ໄທ. ເຈົ້າ​ໜ້າ​ທີ່ໄທ ເນັ້ນ​ໜັກ​ວ່າ: ກົມ​ສົ່ງ​ເສີມ​ອຸດ​ສາ​ຫະ​ກຳ ໄດ້​ກຽມ​ພ້ອມ​ທີ່​ຈະ​ຊ່ວຍ​ໜູນ​ບັນ​ດານັກ​ບໍ​ລິ​ຫານ SME ​ດ້ວຍ​ບັນ​ດາ​ແຜນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່, ຮັບ​ຕະຫຼາດ ກ່ຽວ​ກັບ​ສິນຄ້າ​​ສົ່ງ​ອອກໄປ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ