ປາ​ແລັດ​ສະ​ຕິນ​ຂົນ​ຂວາຍ​ການສ້າງ​ຕັ້ງສະ​ຫະ​ພັນ​ສາ​ກົນ​ເພື່ອ​ສະ​ກັດ​ກັ້ນອິດ​ສະ​ລ​າ​ແອັນ​ ໂຮມ​ເຂດ​ຝັ່ງ​ຕາ​ເວັນ​ຕ​ົກ​ເຂົ້າ​ດິນ​ແດນ​ຂອງ​ຕົນ

(VOVWORLD) -ປາແລັດສະຕິນພວມຊອກຫາວິທີການສ້າງຕັ້ງສະຫະພັນສາກົນເພື່ອສະກັດກັ້ນແຜນການໂຮມເຂດຝັ່ງຕາເວັນຕົກຂອງ ອິດສະລາແອັນ ຜ່ານບັນດາຄວາມມານະພະຍາຍາມທາງການທູດໃນທົ່ວໂລກ.

ປາ​ແລັດ​ສະ​ຕິນ​ຂົນ​ຂວາຍ​ການສ້າງ​ຕັ້ງສະ​ຫະ​ພັນ​ສາ​ກົນ​ເພື່ອ​ສະ​ກັດ​ກັ້ນອິດ​ສະ​ລ​າ​ແອັນ​ ໂຮມ​ເຂດ​ຝັ່ງ​ຕາ​ເວັນ​ຕ​ົກ​ເຂົ້າ​ດິນ​ແດນ​ຂອງ​ຕົນ - ảnh 1ເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ Pisgat Zeev ແລະ ເຂດຕັ້ງຖິ່ນຖານຄົງທີ່ຂອງຊາວປາແລັດສະຕິນ ຢູ່Jerusalem (ພາບ: AFP/TTXVN)

ວັນທີ 5 ກໍລະກົດ, ທ່ານ Saeb Erekat ເລຂາທິການໃຫຍ່ ອົງການປົດປ່ອຍ ປາແລັດສະຕິນ, ໃຫ້ຮູ້ວ່າ ປາແລັດສະຕິນໄດ້ຂົນຂວາຍບາງປະເທດໃນສະມັດຊາໃຫຍ່ ສປຊ ສ້າງສະຫະພັນສາກົນເພື່ອຕ້ານຄືນແຜນການຂອງອິດສະລາແອັນໂຮມເຂດຝັ່ງຕາເວັນຕົກເຂົ້າດິນແດນຂອງຕົນ. ສະຫະພັນສາກົນຈະບັງຄັບອິດສະລາແອັນຕ້ອງມີຄວາມຮັບຜິດຊອບ ຖ້າຫາກວ່າ ອິດສະລາແອັນ ຍັງຄົງດຳເນີນແຜນການດັ່ງກ່າວ.

ແຜນການໂຮມເຂດຕັ້ງຖິ່ນຖານຂອງຊາວຢິວ ຢູ່ເຂດຝັ່ງຕາເວັນຕົກ ແລະ ເຂດຮ່ອມພູ ຈໍແດນ ຂອງ ອິດສະລາແອັນ ຈະເລີ່ມຕົ້ນໃນເດືອນກໍລະກົດ. ອິດສະລາແອັນ ມີແຜນການໂຮມເນື້ອທີ່ຂອງເຂດຝັ່ງຕາເວັນຕົກກ່ວາ 30% ລວມມີເຂດຮ່ວມພູ ຈໍແດນ. ພ້ອມທັງມີແຜນການຈັດວາງອະທິປະໄຕໃສ່ເຂດຕັ້ງຖິ່ນຖານຂອງຊາວຢິວບາງແຫ່ງຢູ່ເຂດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ