ປາແລດສະຕີນແລະຊີຣີເຫັນດີດຳເນີນການເຄື່ອນໄຫວດ້ານການທະຫານລວມເພື່ອຕ້ານISຢູ່ຄ້າຍYarmouk

ປາແລດສະຕີນແລະຊີຣີເຫັນດີດຳເນີນການເຄື່ອນໄຫວດ້ານການທະຫານລວມເພື່ອຕ້ານISຢູ່ຄ້າຍYarmouk - ảnh 1
ປ້ອມ​ເວນ​ຍາມຢ​ູ່ ດານ​ຊາຍ​ແດນ Rafah, ພາກ​ໃຕ້​ເຂດ Gaza
(ພາບ: AFP/TTXVN)

(vovworld) – ວັນ​ທີ 9/4, ຜູ້ຕາງໜ້າ​ຄະນະປາ​ແລດ​ສະຕີ​ນ ກ່ຽວ​ກັບ​ບັນຫາ​ຄ້າຍ​ຫຼົບ​ໄພ Yarmouk ຢູ່​ຊີຣີ ​ໃຫ້​ຮູ້​ວ່າ​, ບັນດາ​ຝ່າຍ ປາ​ແລດ​ສະຕີ​ນ ບັນລຸ​ໄດ້​ຂໍ້​ຕົກລົງ​ກັບ​ເຈົ້າ​ໜ້າ​ທີ່​ຊີຣີ ກ່ຽວ​ກັບ​ການ​ສົມທົບ​ກັນດຳ​ເນີນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ລວມ​ເພື່ອ​ຂັບ​ໄລ່ IS ອອກຈາກ​ຄ້າຍຫຼົບ​ໄພ Yarmouk. ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່ Damascus, ທ່ານ​ລັດຖະມົນຕີ​ກະຊວງ​ແຮງ​ງານປາ​ແລດ​ສະຕີ​ນ Ahmad Majdalani ​ເນັ້ນ​ໜັກ​ວ່າ, ມາດ​ຕະການ​ດ້ານ​ການ​ທະຫານ​ແມ່ນ​ການ​ເລືອກ​ເຟັ້ນໜຶ່ງ​ດຽວ​ເພື່ອ​ຂັບ​ໄລ່​ບັນດາ​ມື​ປືນ​ກໍ່​ການ​ຮ້າຍ​ຢູ່ Yarmouk ​ແລະ ບັນດາ​ຝ່າຍ ປາ​ແລດ​ສະຕີ​ນ​ຈະ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ນີ້. ທ່ານ Majdalani ກໍ່​ໃຫ້​ຮູ້​ວ່າ, ລັດຖະບານ​ຊີຣີ​ ໄດ້​ເຫັນ​ດີ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ບັນດາ​ຜູ້​ຫຼົບ​ໄພ ປາ​ແລດ​ສະຕີ​ນ ຢູ່ Yarmouk ​ແລະ ຈະ​ຈັດ​ບ່ອນ​ລີ້​ໄພ​ຢູ່​ນອກ​ເຂດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ