ປ່ຽນໃໝ່ເພື່ອໃຫ້ກາຍເປັນຈຸດນັດພົບຂອງນັກລົງທຶນ

ປ່ຽນໃໝ່ເພື່ອໃຫ້ກາຍເປັນຈຸດນັດພົບຂອງນັກລົງທຶນ - ảnh 1
ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ  ຈິ້ງ​ດິ່ງ​ຢຸງ 
(ພາບ: baochinhphu.vn)

(vovworld) - ​ໃນ​ວັນ​ທີ 10/8, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ, ຄະ​ນະ​ພັກ​ນະ​ຄອນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບ່າ​ເຣ້ຍ-ຫວຸງ​ເຕົ່າ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງທຶນ ເຂົ້າ​ໃນ​ທ້ອງ​ຖິ່ນ​ດ້ວຍ​ຫົວ​ຂໍ້ “ຮ່ວມ​ເດີນ​ທາງ​ກັບ​ນັກ​ລົງ​ທຶນ”. ກ່າວ​ຄວາ​ມເຫັນ ທີ່ກອງ​ປະ​ຊຸ​ມ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ  ຈິ້ງ​ດິ່ງ​ຢຸງ ສະ​ເໜີ​ ແຂວງບ່າ​​ເຣ້ຍ-ຫວຸງ​ເຕົ່າ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​​ແຫ່ງການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດຢ່າງ​ແຮງ, ເພີ່ມ​ທະ​ວີ​ດຶງ​ດູດ​ການ​ລົງ​ທຶນ. ໃນ​ນັ້ນ ​ຈຸດ​ສຸມ​ແມ່ນ​ປັບ​ປຸງ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ, ໜູນ​ຊ່ວຍ​ການ​ລົງ​ທຶນ ​ໃນ​ແຂວງ, ສ້າງ​ເງື່ອນ​ໄຂຄວາມ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ແກ້​ໄຂ​​​ຄວາມຫຍຸ້ງ​ຍາກ​, ຂໍ້​ຄົງ​ຄ້າງ​ໃນ​ວິ​ວັດ​ການ​ລົງ​ທຶນ ແລະ ການຜະ​ລິດດຳ​ເນີນ​ທຸ​ລະ​ກິດ ຢ່າງ​ທັນ​ການ. ແຂວງ​ກໍ່​ຈຳ​ເປັນ​ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ດູດ​ດື່ມ ເພື່ອ​ດຶງ​ດູດ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​​ຈ​າກ​ບັນ​ດາແຂວງ, ນະ​ຄອນ ໃກ້​ຄຽງ; ພິ​ເສດ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ທີ່​ຢູ່​ສັງ​ຄົມ, ພື້ນ​ຖານ​ໂຄງ​ລ່າງທີ່​ຈຳ​ເປັນໃຫ້​ກຳ​ມະ​ກອນ, ຜູ້​ອອກ​ແຮງ​ງານ ຢູ່​ບັນ​ດາ​ເຂດ, ກຸ່ມ​ອຸດ​ສາ​ຫະ​ກຳ, ຕິດ​ພັນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ກັບ​ການ​ພັດ​ທະ​ນາ​ຕົວ​ເມືອງ. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນກໍ່​ຖື​ວ່າ:  ໃນ​ໄລ​ຍະ​ຈະ​ມາ​ເຖິງ ແຂວງບ່າ​​ເຣ້ຍ-ຫວຸງ​ເຕົ່າ ຈຳ​ເປັນ​ຕ້ອງ​ມີ​ບັນ​ດາ​ນະ​ໂຍ​ບາຍ​ບຸກ​ທະ​ລຸ ເພື່ອ​ພັດ​ທະ​ນາ​ ໃຫ້​ກາຍ​ເປັນ​ແຂວງ​ທີ່​ເຂັ້ມ​ແຂງ​ທາງ​ດ້ານ​ອຸດ​ສາ​ຫະ​ກຳ, ທ່າ​ກຳ​ປັ່ນ, ບໍ​ລິ​ການພາ​ລາ​ທິ​ການ​ທ່າ​​ກຳ​ປັ່ນ ແລະ ການ​ທ່ອງ​ທ່ຽວ. ​ລະ​ອຽດຄື, ຈຳ​ເປັນ​ຕ້ອງ​ເພີ່ມ​ທະ​ວີ​ກົນ​ໄກ​ການຮ່ວມ​ສຳ​ພັນ, ສົມ​ທົບ​ກັບ​ບັນ​ດາ​ແຂວງ, ນະ​ຄອນ ໃນ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ໃຕ້ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ນຳເຂດໃຫ້​ກາຍ​ເປັນ​ແຂວງ​ນຳ​ໜ້າຂອງ​ທົ່ວ​ປະ​ເທດ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສ້າງ​ກຳ​ລັງໜູນ, ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ