ຜູ້ຊ່ຽວຊານດ້ານເສດຖະ ກິດຕີລາຄາສູງຄວາມ ມານະພະຍາຍາມ ຄວບຄຸມໄພເງິນ ເຟີ້ຂອງຫວຽດນາມ


ຜູ້ຊ່ຽວຊານດ້ານເສດຖະ ກິດຕີລາຄາສູງຄວາມ ມານະພະຍາຍາມ ຄວບຄຸມໄພເງິນ ເຟີ້ຂອງຫວຽດນາມ - ảnh 1

 (ພາບປະກອບ)

(vovworld)- ​ ຕາມ​ຂໍ້​ໃຫ້​ສັງ​ເກດ​ຫວ່າງ​ມໍ່ໆ​ມາ​ນີ້ຂອງພາກສ່ວນ​ຄາດ​ຄະ​ເນ, ວິ​ເຄາະ ​ແລະ ທີ່​ປຶກສາ​ຄວາມ​ສ່ຽງ (EIU) ສັງກັດ​ກຸ່ມ​ບໍລິສັດ The Econmist ປະ​ເທດ​ອັງກິດ​ແລ້ວ, ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ ຄວາມ​ມານະ​ພະຍາຍາມ​ຄວບ​ຄຸມ​ລາຄາ​ໃຊ້​ສອຍ​ທີ່​ໄດ້​ເພີ່​ມຂຶ້ນ​ຢ່າງຜິດ​ປົກ​ກະຕິ. ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ຜ່ານ​ອັດຕາ​ໄພ​ເງິນ​ເຟີ້​ໄດ້​ຫລຸດຜ່ອນ​ຫຼາຍ​ພໍ​ສົມຄວນ​ໃນ 4 ​ເດືອນ​ມາ​ນີ້. ​ໄພ​ເງິນ​ເຟີ້​ລາຄາ​ໃຊ້​ສອຍ​ໄດ້​ຫລຸດ​ລົງ​ສ້າງ​ເງື່ອ​ນໄຂສະດວກ​ເພື່ອ​ໃຫ້​ທະນາຄາ​ແຫ່ງ​ລັດ​ຫວຽດນາມ ດັດ​ປັບ​ນະ​ໂຍບາຍ​ເງິນ​ຕາ ​ເພື່ອ​ແນ​ໃສ່​ຊຸກຍູ້​ລະດັບ​ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ. ຫວ່າງ​ແລ້ວ​ນີ້, ທະນາຄານ​ແຫ່ງ​ລັດ​ໄດ້​ຕົກລົງ​ຫລຸດ​ອັດຕາ​ດອກ​ເບັ້ຍລະດົມ​ລົງ ​ແລະ ​ໃຫ້​ຮູ​້ວ່າຈະ​ຫລຸດ​ອັດຕາ​ດອກ​ເບັ້ຍທຶນ​ກູ່​ຢືມ​ລົງ​ເຊັ່ນ​ດຽວ​ກັນ. ບັນດາ​ບາດກ້າວ​ເດີນ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ພວມ​ຍາດ​ແຍ່ງ​ອັດຕາ​ສ່ວນ​ໄພ​ເງິນ​ເຟີ້​ເພື່ອ​ສົ່ງ​ເສີມ​ການ​ເຄື​ອ່ນ​ໄຫວ​ໃຫ້​ກູ້​ຢືມ. EIU ຖື​ວ່າ, ນັກ​ແຕ່​ວາງ​ຈຸດ​ສຸມ​​ແມ່ນ​ຮັກສາ​ລາຄາ​ເປັນ​ປົກກະຕິ​ນັ້ນ, ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ​ຫວຽດນາມ ​ໄດ້​ຊ່ວຍ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ພື້ນຖານ​ເສດຖະກິດ./.

ຂ່າວ/ບົດ​ອື່ນ