ຜູ້ຕິດເຊື້ອໂຄວິດ - 19 ເກືອບ12.000 ຄົນໄດ້ຮັບການປິ່ນປົວຫາຍດີໃນວັນທີ 22 ກັນຍາ

(VOVWORLD) - ວັນທີ 22 ກັນຍາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຈຳນວນ 11.527 ຄົນ , ໃນນັ້ນມີ 2 ຄົນມາຈາກຕ່າງປະເທດ ແລະ 11.525  ຄົນຢູ່ພາຍໃນປະເທດ
ຜູ້ຕິດເຊື້ອໂຄວິດ - 19 ເກືອບ12.000 ຄົນໄດ້ຮັບການປິ່ນປົວຫາຍດີໃນວັນທີ 22 ກັນຍາ  - ảnh 1ການເອົາຕົວຢ່າງມາວິໄຈຫາເຊືອ

    ນັບແຕ່ເວລາ 17 ໂມງ ຂອງວັນທີ 21 ກັນຍາ ຫາ ເວລາ 17 ໂມງຂອງວັນທີ 22 ກັນຍາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຈຳນວນ 11.527 ຄົນ , ໃນນັ້ນມີ 2 ຄົນມາຈາກຕ່າງປະເທດ ແລະ 11.525  ຄົນຢູ່ພາຍໃນປະເທດ.  ສະເພາະນະຄອນໂຮ່ຈິມິນມີ 5.435 ກໍລະນີ, ຖັກມາແມ່ນແຂວງ ບີງເຢືອງ 4.179  ກໍລະນີ,  ດົງນາຍ 930 ກໍລະນີ

     ໃນວັນທີ 22 ກັນຍາ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 11.919 ຄົນ ອັນໄດ້ຍົກ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 487.262 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 236  ຄົນ. ສະເພາະນະຄອນໂຮ່ຈິມິນມີ 163 ຄົນ

     ເປັນອັນວ່າ ໄລຮອດວັນທີ 22 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 718.963 ຄົນ, ແລະ 17.781 ຄົນ ເສຍຊີວິດ

ຕອບກັບ

ຂ່າວ/ບົດ​ອື່ນ