ຜູ້ມີສິດເລືອກຕັ້ງ ສ.ເກົາຫຼີໄປປ່ອນບັດ ເລືອກຕັ້ງປະທານາທິບໍດີ ຄັ້ງທີ່ 18

ຜູ້ມີສິດເລືອກຕັ້ງ ສ.ເກົາຫຼີໄປປ່ອນບັດ ເລືອກຕັ້ງປະທານາທິບໍດີ ຄັ້ງທີ່ 18 - ảnh 1
ຜູ້ມີສິດເລືອກຕັ້ງ ສ.ເກົາຫຼີ ປ່ອນບັດ
ເລືອກຕັ້ງປະທານາທິບໍດີຄັ້ງທີ່ 18


Vovworld- ​ເວລາ 6 ​ໂມງ​ກົງ​ຂອງ​ຕອນ​ເຊົ້າ​ວັນ​ທີ 19/12 ຕາມ​ເວລາ​ທ້ອງ​ຖິ່ນ​, ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຄັ້ງ​ທີ່ 18 ຂອງ ສ.​ເກົາຫຼີ​ໄດ້​ຖືກ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ຢູ່​ສະຖານ​ທີ່​ປ່ອນ​ບັດ 13.500 ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ນີ້​ຖືກ​ຖື​ວ່າ ​ແມ່ນ​ການ​ແຂ່ງຂັນ​ຍາດ​ເອົາ​ຕຳ​ແໜ່​ງປະທານາທິບໍດີ​ຢ່າງ​ຂ້ຽວຂາດ​ທີ່​ສຸດ​ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ​ຢູ່ ສ.​ເກົາຫຼີ ຍ້ອນ​ການ​ແກ່ງ​ແຍ້​ງລະຫວ່າງ​ຜູ້​ສະໝັກ​​ເລືອກ​ຕັ້ງ ທ່ານ ນາງ Park Geun- Hye ສັງກັດ​ພັກ​ໂລກ​ໃໝ່​ກຳ​ອຳນາດ ​ແລະ ​ຜູ້​ສະໝັກ​​ເລືອກ​ຕັ້ງ ທ່ານ Moon Jae In ສັງກັດ​ພັກ​ປະຊາທິປະ​ໄຕ​ເອກະ​ພາບ ​ໄດ້​ດຳ​ເນີນ​ດ້ວຍ​ເຄັ່ງ​ຕຶງ​ທີ່​ສຸດ. ຕາມ​ໝາກຜົນ​ຂອງ​ການ​ຢ່ັງ​ຫາງ​ສຽງ​ຄັ້ງ​ສຸດ​ທ້າຍ​ກ່ອນ​ທີ່​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ, ທ່ານ ນາງ Park Geun- Hye ຍັງ​ຄົງ​ນຳ​ໜ້າ ດ້ວຍ​ສຽງ​ສະໜັບສະໜູນ​ລື່ນກາຍ​ຢ່າງ​ວຸດ​ວິດ​ເມື່ອ​ທຽບ​ໃສ່​ຄູ່​ແຂ່ງ ທ່ານ Moon Jae In ສັງກັດ​ພັກ​ປະຊາທິປະ​ໄຕ​ເອກະ​ພາບ. ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ກາງ ສ.​ເກົາຫຼີ ຈະ​ດຳ​ເນີນ​ການ​ນັບ​ບັດ​ພາຍຫຼັງ​ສະຖານ​ທີ່​ປ່ອນ​ບັດ​ປິດ​ປະຕູ ​ໃນ​ເວລາ 18 ​ໂມງ​ຂອງ​ວັນ​ດຽວ​ກັນ .

 

 

ຂ່າວ/ບົດ​ອື່ນ