ຜູ້ອຳນວຍການໃຫຍ່VOVຫງວຽນເທ໋ກິ້ຕ້ອນຮັບຄະນະຜູ້ແທນນັກຂ່າວລາວ

ຜູ້ອຳນວຍການໃຫຍ່VOVຫງວຽນເທ໋ກິ້ຕ້ອນຮັບຄະນະຜູ້ແທນນັກຂ່າວລາວ - ảnh 1
ການ​ຕ້ອນ​ຮັບ​ໃນ​ວັນ​ທີ 17/10

(vovworld) –  ​ຕອນ​ບ່າ​ຍ​ວັນ​ທີ 17/10, ທີ່​ສຳ​ນັກ​ງານວິ​ທະ​ຍຸ​ກະ​ຈາຍສຽງ ຫວຽດ​ນາມ, ຖະ​ໜົນ 58 ກວານ​ຊື, ຮ່າ​ໂນ້ຍ, ທ່ານ​ ຫງວຽນ​ເທ໋​ກິ້, ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍສຽງ ຫວຽດ​ນາມ (VOV) ໄດ້​ໃຫ້​ການ​ຕ້ອນ​ຮັບ ຄະ​ນະ​ນັກ​ຂ່າວ​ລາວ ໂດຍ​ທ່ານ ສະ​ຫວັນ​ຄອນ ລາ​ຊ​ມຸນ​ຕຣີ, ຮອງ​ລັດ​ຖະ​ມົນ​ຕີ​ຊ​ວງ​ຖະ​ແໜງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ​ລາວ ພວມ​ມີ​ການ​ຢ້ຽມ​ຢາມ, ເຮັດ​ວຽກ​ຢ​ູ່ ຫວຽດ​ນາມ.

        ທີ່​ການ​ຕ້ອນ​ຮັບ, ທ່ານ​ຜູ​້​ອຳ​ນວຍ​ການ​ໃຫຍ່ VOV ຫງວຽນ​ເທ໋​ກິ້ ຢັ້ງ​ຢືນ​ວ່າ: ຄະ​ນະ​ຜູ້​ແທນ​ນັກ​ຂ່າວລາວ ພວມ​ຢ້ຽມ​ຢາມ ຫວຽດ​ນາມ ນຳ​ມາ​ເຊິ່ງ​ບັນ​ດາ​ນ້ຳ​ໃຈ​ມິດ​ຕະ​ພາບ, ສະ​ໜິດ​ສະ​ໜົມ​ລ​ະ​ຫວ່າງ​ອ້າຍ​ນ້ອງ:

        “ໂລກ​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ມີ​ກາ​ນ​ປ່ຽນ​ແປງ​ຢ່າງວ່ອງ​ໄວ. ແຕ່​ນ້ຳ​ໃຈສະ​ຫາຍ, ນ້ຳ​ໃຈ​ອ້າຍ​ນ້ອງ​ລະ​ຫວ່າງ ລາວ ແລະ ຫວຽດ​ນາມ ແມ່ນບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້. ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ເພີ່ມ​ພູນ​ຄຸນ​ສ້າງ​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ. ສະ​ມາ​ຄົມ​ນັກ​ຂ່າວ ລາວ ແລະ ຫວຽດ​ນາມ ຕ້ອງ​ມີ​ໜ້າ​ທີ່​ນັບ​ມື້​ນັບ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ນີ້​ກ່​ວາ​ອີກ.”

        ທ່ານ ຮອງລັດ​ຖະ​ມົນ​ຕີ ​ ສະ​ຫວັນ​ຄອນ ລາ​ຊ​ມຸນ​ຕຣີ ຢັ້ງ​ຢືນ​ວ່າ: ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ​ ແລະ ການ​ທ່ອງ​ທ່ຽວ ກຽມ​ພ້ອມ​ສ້າ​ງ​ທຸກ​ເງື່ອນ​ໄຂ​ເພື່ອ​ໃຫ້​ການ​ຮ່ວມ​ມືນີ້​ມີ​ປະ​ສິດ​ທິ​ຜົນ ແລະ ຄ​ຸນ​ນະ​ພາບ​ກ່​ວາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ສະ​ຫວັນ​ຄອນ ລາ​ຊ​ມຸນ​ຕຣີ ປາດ​ຖະ​ໜາ​ວ່າ, ຜ່ານ​ການ​ເຮັ​ດ​ວຽກ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ວິ​ຊາ​ສະ​ເພາະ ແລະ ຝ່າຍ ລາວ ສາ​ມາດ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຂອງ VOV ເພື່ອ​ນຳ​ໃຊ້​ໃນ​ວຽກ​ງານ​ຕົວ​ຈິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ