ຝົກ​ຕົກ​ນ້ຳ​ຖ້ວມ​ຢູ່​ພາກ​ກາງເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ຫາຍ​ສາບ​ສູນ 128 ຄົນ

(VOVWORLD) - ຕາມຕົວເລກເບື້ອງຕົ້ນຂອງຫ້ອງວ່າການປະຈຳຄະນະຊີ້ນຳສູນກາງກ່ຽວກັບການຕ້ານ, ປ້ອງກັນໄພທຳມະຊາດ, ນັບແຕ່ວັນທີ 19 ຕຸລາ, ຝົກຕົກນ້ຳຖ້ວມ ຢູ່ເຂດພາກກາງ ໄດ້ແກ່ຍາວເປັນເວລາ 15 ມື້, ເຊິ່ງກໍ່ຜົນສະທ້ອນເຖິງ 6 ແຂວງລວມມີ: ຮ່າຕິ້ງ, ກ໋ວາງບິ່ງ, ກ໋ວາງຈິ, ເທື່ອທຽນ ເຫ້ວ, ດ່ານັ້ງ, ກ໋ວາງນາມ, ເຮັດໃຫ້ມີຜູ້ເສຍຊີວິດ 102 ຄົນ ແລະ ຜູ້ຖືກຫາຍສາບສູນ 26 ຄົນ, ຫຼາຍບ່ອນຍັງຖືກນ້ຳຖ້ວມ.
ຝົກ​ຕົກ​ນ້ຳ​ຖ້ວມ​ຢູ່​ພາກ​ກາງເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ຫາຍ​ສາບ​ສູນ 128 ຄົນ - ảnh 1ຝົກຕົກນ້ຳຖ້ວມຢູ່ພາກກາງເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 128 ຄົນ 

ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົກຕົກນ້ຳຖ້ວມ, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງໂທລະເລກທາງການ ແລະ ເອກະສານຊີ້ນຳຫຼາຍສະບັບ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ສົ່ງໂທລະເລກເພີ່ມທະວີການປ້ອງກັນ, ຕ້ານໄພທຳມະຊາດ, ວຽກງານຮັບມືກັບສະພາບຝົກຕົກນ້ຳຖ້ວມ, ຊອກຫາ, ກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົກຕົກນ້ຳຖ້ວມ, ຈຳກັດຜົນຮ້າຍຢ້ອນຫຼັງຈາກຝົກຕົກນ້ຳຖ້ວມໃຫ້ຢູ່ໃນລະດັບຕ່ຳສຸດ. ທ່ານນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມ ເຮັດວຽກກັບ ທະຫານເຂດ 47ຢ່າງໂດຍກົງ ເພື່ອ ແບ່ງປັນ, ລະດົມກຳລັງໃຈ ແລະ ຊີ້ນຳໂດຍກົງວຽກງານຮັບມືກັບສະພາບຝົກຕົກນ້ຳຖ້ວມແລະ ກູ້ໄພກູ້ຊີບຢ່າງທັນການ. ທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກໍ່ໄດ້ມີໜ້າຢູ່ບັນດາທ້ອງຖິ່ນ ເພື່ອຊີ້ນຳວຽກງານປ້ອງກັນ, ຕ້ານ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງທີ່ເກີດຈາກຝົກຕົກນ້ຳຖ້ວມ.

ຕອບກັບ

ຂ່າວ/ບົດ​ອື່ນ