ພັກ​ກອມ​ມູ​ນິດ ສອງ​ປະ​ເທດ ຫວຽດ​ນາມ - ກູ​ບາ ຊຸກ​ຍູ້​ການ​ຮ່ວມ​ມື

(VOVWORLD) -       ໃນຂອບເຂດການຢ້ຽມຢາມ ກູບາ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ວັນທີ 20 ກັນຍາ ຕາມເວລາ ຫວຽດນາມ, ທ່ານ ເຈືອງກວາງຮວ່າຍນາມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດ ຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບການນຳຄະນະພັກພົວພັນຕ່າງປະເທດສູນກາງພັກກອມມູນິດ ກູບາ ຊຶ່ງລວມມີທ່ານ Angel Arzuga Reyes, ຮັກສາການຫົວໜ້າຄະນະ ແລະ ທ່ານ Juan Carlos Marsan - ຮອງຫົວໜ້າຄະນະ.

  ສອງຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງພັກ ໄລຍະ 2018 – 2023, ໃນນັ້ນມີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຈັດຕັ້ງກອງປະຊຸມສຳມະນາທິດສະດີຄັ້ງທີ 5, ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງການພົບປະຄັ້ງປະຫວັດສາດລະຫວ່າງທ່ານປະທານ Raul Castro ກັບທ່ານປະທານ ໂຮ່ຈີມິນ ຄົບຮອບ 55 ປີ (1966 – 2021).

        ເນື່ອງໃນໂອກາດນີ້, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ມອບຜ້າອັດປາກ - ອັດດັງຈຳນວນ 100.000 ອັນ ໃຫ້ແກ່ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດ ກູບາ.

ພັກ​ກອມ​ມູ​ນິດ ສອງ​ປະ​ເທດ ຫວຽດ​ນາມ - ກູ​ບາ ຊຸກ​ຍູ້​ການ​ຮ່ວມ​ມື - ảnh 1ການນຳສອງປະເທດເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງສອງປະເທດ (ພາບ: TTXVN)

ກໍໃນຂອບເຂດການເຄື່ອນໄຫວດັ່ງກ່າວ, ຕອນເຊົ້າວັນທີ 20 ກັນຍາ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ມີການເຮັດວຽກກັບທ່ານລັດຖະມົນຕີກະຊວງສື່ສານ ກູບາ Mayra Arevich Marin. ລັດຖະມົນຕີສອງທ່ານກໍເຫັນດີຈະເພີ່ມທະວີການຮ່ວມມືບຳລຸງສ້າງ, ຍົກສູງກຳລັງຄວາມສາມາດກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານ, ການປ້ອງກັນພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສຳຄັນ, ການຮັບມື ແລະ ແກ້ໄຂເຫດຕິດຂັດທາງຄອມພິວເຕີ.  ລັດຖະມົນຕີສອງທ່ານກໍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ວ່າດ້ວຍແຜນການຮ່ວມມືກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານໃນໄລຍະ 2021 – 2025.

 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ