ພິ​ທີ​ມອບ-ຮັບ​ຂອງຂວັນ​ຈາກ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ ໃ​ຫ້​ແກ່​ໂຮງ​ຮຽນສອງ​ພາ​ສາ​ລາວ - ຫວຽດ​​ຫງວຽນ​ຢູ

(VOVWORLD) - ວັນທີ 29 ມີນາ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດຳເນີນພິທີມອບ-ຮັບຂອງຂວັນຈາກທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ແກ່ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ.
ພິ​ທີ​ມອບ-ຮັບ​ຂອງຂວັນ​ຈາກ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ ໃ​ຫ້​ແກ່​ໂຮງ​ຮຽນສອງ​ພາ​ສາ​ລາວ - ຫວຽດ​​ຫງວຽນ​ຢູ - ảnh 1 ພິທີມອບ-ຮັບຂອງຂວັນຈາກທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ແກ່ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ (ພາບ: TTXVN)

        ໂດຍໄດ້ຮັບການມອບໝາຍຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຄະນະຜູ້ແທນສະຖານທູດຫວຽດນາມປະຈຳລາວ ໂດຍທ່ານ ຫງວຽນແທັງຕຸ່ງ ອຸປະທູດ ນຳໜ້າ ໄດ້ໄປມອບຄອມພິວເຕີ 20 ເຄື່ອງ ເຊິ່ງເປັນຂອງຂວັນຈາກທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງ ທີ່ສະຫງວນໃຫ້ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ເນື່ອງໃນໂອກາດທ່ານໄປຢ້ຽມຢາມສັນຖະວະໄມຕີ ສປປ.ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 24 – 25 ກຸມພາທີ່ຜ່ານມາ.

        ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານ ຫງວຽນແທັງຕຸ່ງ ໃຫ້ຮູ້ວ່າ ໂຮງຮຽນສອງພາສາ ລາວ - ຫວຽດ ຫງວຽນຢູ ແມ່ນໜຶ່ງໃນບັນດາສັນຍາລັກຂອງການພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ; ພ້ອມທັງເນັ້ນໜັກວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມອບຂອງຂວັນໃຫ້ໂຮງຮຽນແຫ່ງດັ່ງກ່າວດ້ວຍຄວາມປາດຖະໜາວ່າ ບັນດາຄູອາຈານ ແລະ ບັນດານ້ອງໆນັກຮຽນຂອງໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ຈະມີເງື່ອນໄຂທີ່ດີກວ່າໃນການສຳຜັດກັບເຕັກໂນໂລຢີ, ຊ່ວຍບັນລຸຜົນງານຫຼາຍຢ່າງໃນການສິດສອນ ແລະ ຮໍ່າຮຽນ, ກາຍເປັນຂົວເຊື່ອມຕໍ່ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ສອນທັງສອງພາສາ ຫວຽດນາມ ແລະ ລາວ ແຕ່ຊັ້ນອະນຸບານຕະຫຼອດຮອດຊັ້ນມັດທະຍົມ, ຕາມຂໍ້ຕົກລົງຂອງລັດຖະບານສອງປະເທດຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ