ປະຊາຊົນຫວຽດນາມຄຽງຂ້າງສີລາລຶກ ອາໄລຫານັກຮົບຮ່ວາງຊາ |
(vovworld)- ຕອນເຊົ້າວັນທີ 17/1, ຢູ່ເມືອງເກາະຫຼີເຊີນ, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ສົມທົບກັບຄະນະພັກ, ຄະນະກຳມະການປະຊາຊົນແຂວງ ກວາງງ້າຍ ແລະ ກອງທຶນສັງຄົມເພື່ອການກຸສົນ ໄດ້ດຳເນີນພິທີວາງສີລາລຶກເລີ່ມລົງມືກໍ່ສ້າງອະນຸສາວະລີ “ນັກຮົບຮ່ວາງຊາ” ຢູ່ເທິ່ງພູເທີ້ບເລີ້ຍທີ່ເກາະເລີ້ນຫຼີເຊີນ.
ກ່າວຄຳເຫັນທີ່ພິທີ, ທ່ານ ດັ້ງງອກຕຸ່ງ ປະທານ ສະຫະພັນໃຫຍ່ແຮງງານຫວຽດນາມຢືນຢັນວ່າ : ຜ່ານບັນດາໄລຍະປະຫວັດສາດ, ຫຼີເຊີນແມ່ນແຫ່ງເຕົ້າໂຮມບັນດານັກຮົບປະຊາຊົນ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດການຢັ້ງຢືນອະທິປະໄຕຂອງຫວຽດນາມຢູ່ 2 ໝູ່ເກາະເຈືອງຊາ ແລະ ຮ່ວາງຊາ. ທ່ານ ດັ້ງງອກຕຸ່ງ ປະທານ ສະຫະພັນໃຫຍ່ແຮງງານຫວຽດນາມກ່າວວ່າ:
“ ຂ້າພະເຈົ້າປາດຖະໜາວ່າ ເຂດອາໄລຫານັກຮົບຮ່ວາງຊາ ພາຍຫຼັງໄດ້ຮັບການກໍ່ສ້າງສຳເລັດແລ້ວ, ຈະກາຍເປັນໜຶ່ງໃນບັນດາກິດຈະກຳປະຫວັດສາດ, ວັດທະນະທຳທີ່ມີຄວາມໝາຍສຳຄັນພິເສດຂອງປະເທດຊາດ ”