ພິ​ທີສູດ​ອະ​ນິ​ຈາ ບັນ​ດາ​ນັກວິ​ລະ​ຊົນ​ເສ​ຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດ​ນາມ ແລະ ລາວ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ຫຼວງ​ພະ​ບາງ

(VOVWORLD) - ທ່ານນາງ ກ່ຽວທິຮັ່ງຝຸກ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ຫວນຄືນມູນເຊື້ອສາມັກຄີຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ, ຮ່ຽງບ່າຮ່ຽງໄຫຼ່ຕໍ່ສູ້ຕ້ານສັດຕູໂຕດຽວກັນ.
ພິ​ທີສູດ​ອະ​ນິ​ຈາ ບັນ​ດາ​ນັກວິ​ລະ​ຊົນ​ເສ​ຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດ​ນາມ ແລະ ລາວ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ຫຼວງ​ພະ​ບາງ - ảnh 1ພິທີສູດອະນິຈາ ບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະ ລາວ ທີ່ເສຍສະຫຼະຊີວິດຢູ່ຫຼວງພະບາງ

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ, ທະຫານເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ (27/7/1947 – 27/7/2023), ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ວັດ ເຟິດຕິກ, ແຂວງຫຼວງພະບາງ, ລາວ ໄດ້ດຳເນີນພິທີສູດອະນິຈາ ໃຫ້ແກ່ບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະ ລາວທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ເພື່ອພັນທະສາກົນອັນສູງສົ່ງ.

ກ່າວຄຳເຫັນທີ່ພິທີ, ທ່ານນາງ ກ່ຽວທິຮັ່ງຝຸກ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ຫວນຄືນມູນເຊື້ອສາມັກຄີຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ, ຮ່ຽງບ່າຮ່ຽງໄຫຼ່ຕໍ່ສູ້ຕ້ານສັດຕູໂຕດຽວກັນ.

ສວ່ນທ່ານ ສຸກັນ ບຸນຍົງ, ຮອງເລຂາປະຈຳການແຂວງ ແຂວງ ຫຼວງພະບາງ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ແລະ ສຳຄັນຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເວົ້າລວມ ກໍ່ຄືບັນດານັກຮົບເສຍສະຫຼະຊີວິດຢູ່ແຂວງ ຫຼວງພະບາງ ເວົ້າສະເພາະ, ພ້ອມທັງ ຢັ້ງຢືນຈະສືບຕໍ່ສຶກສາໃຫ້ແກ່ພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ປະຊາຊົນໃນແຂວງ, ພິເສດແມ່ນລຸ້ນໜຸ່ມ ເພື່ອເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງກ່ຽວກັບມູນເຊື້ອວິລະຊົນ ແລະ ນ້ຳໃຈເສຍສະຫຼະຊີວິດອັນສູງສົ່ງຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ, ທະຫານເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ (27/7/1947 – 27/7/2023), ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ວັດ ເຟິດຕິກ, ແຂວງຫຼວງພະບາງ, ລາວ ໄດ້ດຳເນີນພິທີອາໄລເພາະບຸນໃຫ້ແກ່ບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະ ລາວທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ເພື່ອພັນທະສາກົນອັນສູງສົ່ງ.

ກ່າວຄຳເຫັນທີ່ພິທີ, ທ່ານນາງ ກ່ຽວທິຮັ່ງຝຸກ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ຫວນຄືນມູນເຊື້ອສາມັກຄີຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ, ຮ່ຽງບ່າຮ່ຽງໄຫຼ່ຕໍ່ສູ້ຕ້ານສັດຕູໂຕດຽວກັນ.

ສວ່ນທ່ານ ສຸກັນ ບຸນຍົງ, ຮອງເລຂາປະຈຳການແຂວງ ແຂວງ ຫຼວງພະບາງ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ແລະ ສຳຄັນຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເວົ້າລວມ ກໍ່ຄືບັນດານັກຮົບເສຍສະຫຼະຊີວິດຢູ່ແຂວງ ຫຼວງພະບາງ ເວົ້າສະເພາະ, ພ້ອມທັງ ຢັ້ງຢືນຈະສືບຕໍ່ສຶກສາໃຫ້ແກ່ພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ປະຊາຊົນໃນແຂວງ, ພິເສດແມ່ນລຸ້ນໜຸ່ມ ເພື່ອເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງກ່ຽວກັບມູນເຊື້ອວິລະຊົນ ແລະ ນ້ຳໃຈເສຍສະຫຼະຊີວິດອັນສູງສົ່ງຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ