ພິທີສົບຂອງ ອະດີດປະນາທານິບໍດີ ເວເນຊູເອລາ Hugo Chavez
ພິທີສົບຂອງຂອງອະດີດປະນາທານິບໍດີ ເວເນຊູເອລາ Hugo Chavez
(ພາບ: AFP)
|
Vovworld- ວັນທີ 8/3 , ພິທີສົບຂອງຂອງອະດີດປະນາທານິບໍດີ ເວເນຊູເອລາ Hugo Chavez ໄດ້ຖືກຈັດຂຶ້ນຢ່າງສົມກຽດໃນທ່າມກາງບັນຍາກາດແຫ່ງຄວາມ ເສົ້າສະລົດໃຈ ແລະ ອາໄລອາວອນຢ່າງລົ້ນເຫຼືອຂອງປະຊາຊົນປະເທດນີ້ ແລະ ປະຊາຊົນບັນດາປະເທດເພື່ອນມິດໃນພາກພື້ນອາເມລິກາລາຕິນ ແລະ ທົ່ວໂລກປະມານ ນັບລ້ານຄົນ, ເຂົ້າຮ່ວມພິທີສົບ, ຍັງມີການເຂົ້າຮ່ວມຂອງປະມຸກລັດປະມານ 30 ທ່ານຂອງປະເທດຕ່າງໆໃນທົ່ວໂລກ. ຄະນະຜູ້ແທນຫວຽດນາມໂດຍທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ ກໍໄດ້ເຂົ້າຮ່ວມພິທີສົບດັ່ງກ່າວ. ນະພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ ໄດ້ສົ່ງຄຳແບ່ງປັນຄວາມເສົ້າສະລົດໃຈຂອງການນຳພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມມາຍັງຍາດພີນ້ອງຂອງ ອະດີດປະນາທານິບໍດີ ເວເນຊູເອລາ Hugo Chavez ແລະ ການນຳລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນເວເນຊູເອລາ. ກ່າວຄຳເຫັນນະທີ່ນີ້, ຮອງປະທານາທິບໍດີ ເວເນຊູເອລາ ຢືນຢັນວ່າ ອະດີດປະນາທານິບໍດີ ເວເນຊູເອລາ Hugo Chavez ຈະມີຊີວິດຍືນຍົງຄົງຕົວ ໃນການຕໍ່ສູ້ຂອງປະຊາຊົນຂອງປະຊາຊົນ ເວເນຊູເອລາຕະຫຼອດໄປ. ພາຍຫຼັງ ພິທີ, ສົບຂອງອະດີດປະນາທານິບໍດີ ເວເນຊູເອລາ Hugo Chavez ຈະໄດ້ຮັບການຮັກສາແບບຖາວອນຢູ່ຫໍພິພິຕະພັນປະຕິວັດທີ່ນະຄອນຫຼວງ ກາຣາກາສ ເພື່ອໃຫ້ປະຊາຊົນ ເວເນຊູເອລາ ແລະ ເພື່ອນມິດສາກົນເຂົ້າໄຫວ້ອາໄລ.