ພິທີເຊີດຊູທິມຊາດບານເຕະ U23 ຫວຽດນາມ ຢູ່ສະໜາມກິລາແຫ່ງຊາດ ໝີ້ດິ່ງ

(VOVWORLD) - ທີ່ພິທີເຊີດຊູ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຝາກຊໍດອກໄມ້ມາອວຍພອນທິມຊາດບານເຕະ U23 ຫວຽດນາມ
ພິທີເຊີດຊູທິມຊາດບານເຕະ U23 ຫວຽດນາມ ຢູ່ສະໜາມກິລາແຫ່ງຊາດ ໝີ້ດິ່ງ - ảnh 1ຄູຝຶກເອກ  Park Hang Seo

ຕອນຄ່ຳວັນທີ 28 ມັງກອນ, ເຖິງວ່າໄດ້ຮັບການຈັດຕັ້ງຊ້າກ່ວາເວລາກຳນົດ ແຕ່ເຫດການເຊີດຊູທິມຊາດບານເຕະ U23 ຫວຽດນາມ ຍາດໄດ້ຜົນງານດີເດັ່ນໃນຮອບຊິງຊະນະເລີດ U23 ອາຊີ 2018 ຍັງໄດ້ຮັບຄວາມເຊື່ອໝັ້ນຮັກແພງ, ລໍຄອຍ, ນັບຖືຈາກກອງເຊຍ ແລະ ແຟນບານໃນສະໜາມກິລາແຫ່ງຊາດ ໝີ້ດິ່ງ (ຮ່າໂນ້ຍ). ທີ່ພິທີເຊີດຊູ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຝາກຊໍດອກໄມ້ມາອວຍພອນທິມຊາດບານເຕະ U23 ຫວຽດນາມ ທີ່ຍາດໄດ້ຜົນງານດີເດັ່ນໃນ ການແຂ່ງຂັນຊິງຊະນະເລີດ U23 ອາຊີ.

ພິທີເຊີດຊູທິມຊາດບານເຕະ U23 ຫວຽດນາມ ຢູ່ສະໜາມກິລາແຫ່ງຊາດ ໝີ້ດິ່ງ - ảnh 2ແຟນບານ ຫວຽດນາມ 

        ໂດຍຕາງໜ້າໃຫ້ທິມຊາດບານເຕະ U23 ຫວຽດນາມ ແລະ ຄະນະຄູຝຶກ, ຫົວໜ້າທິມຊາດບານເຕະ ຊວນເຈື່ອງ ໄດ້ ກ່າວຄຳເຫັນສະແດງຄວາມຂອບໃຈອັນຈິງໃຈມາຍັງການນຳພັກ ແລະ ລັດ ທີ່ຍາມໃດກໍ່ເອົາໃຈໃສ່ ແລະ ສະໜັບສະໜູນທິມບານເຕະ; ພ້ອມທັງສະແດງຄວາມສະເທືອນໃຈຕໍ່ນ້ຳໃຈເຊິ່ງກອງເຊຍ, ແຟນບານໄດ້ສະຫງວນໃຫ້ທິມຊາດບານເຕະ ໃນໄລຍະຜ່ານມາ:

        “ໃນຈຸດເວລານີ້, ນ້ອງບໍ່ຮູ້ຈະເວົ້າຄືແນວໃດເພື່ອສະແດງຄວາມສະເທືອນໃຈຂອງພວກນ້ອງ. ນັບແຕ່ຕອນເຊົ້າມາຮອດຕອນແລງທີ່ເດີນທາງ, ຈາກສະໜາມບິນ ໂນ້ຍບ່າຍ ມາຍັງຮອດສະໜາມກິລາ ໝີ້ດິ່ງ, ເຖິງວ່າບໍ່ທັນໄດ້ກິນເຂົ້າເທື່ອແຕ່ພວກນ້ອງກໍ່ບໍ່ຮູ້ສຶກຫິວເຂົ້າເທື່ອ, ຍ້ອນທຸກໆຄົນໄດ້ຮ່ວມເດີນທາງ, ສະໜັບສະໜູນລະດົມກຳລັງໃຈພວກນ້ອງ. ແລະ ຈຸດເວລານີ້ຈະແມ່ນຈຸດເວລາທີ່ພວກນ້ອງຈະຈົດຈຳຢູ່ໃນໃຈຕະຫຼອດຊີວິດ.”

ຕອບກັບ

ຂ່າວ/ບົດ​ອື່ນ