ພິ​ທີ​ໄວ້​ອາ​ໄລ, ປົງ​ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ

(VOVWORLD) - ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ດົ່ງເຕິມ, ເມືອງບ໊າເຟືອກ, ແຂວງແທັງຮວ໊າ, ອົງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດແຂວງແທັງຮວ໊າ ໄດ້ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ລວມ 20 ຊຸດ.
ພິ​ທີ​ໄວ້​ອາ​ໄລ, ປົງ​ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ - ảnh 1

(ພາບ: TTXVN)

     ທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງແທັງຮວ໊າ ຟ້າມດັງກວ່ຽນ ເນັ້ນໜັກວ່າ: ໜ້າທີ່ຄົ້ນຫາ, ທ້ອນໂຮມ, ຂຸດຄົ້ນ ແລະ ນຳເອົາອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານກັບຄືນບ້ານເກີດເມືອງນອນ ແມ່ນການສະແດງຄວາມຮູ້ບຸນຄຸນ, ສະແດງໃຫ້ເຫັນຫຼັກສິນທຳ: “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ສຳລັບລູກຫຼານທີ່ດີເດັ່ນຂອງຊາດ, ໄດ້ອຸທິດຊີວິດໄວໝຸ່ມຂອງຕົນໃຫ້ແກ່ເອກະລາດ, ເສລີພາບຂອງສອງປະເທດຫວຽດນາມ - ລາວ.

    ທ່ານ ຟ້າມດັງກວ່ຽນ ໄດ້ສົ່ງຄຳຂອບໃຈຢ່າງເລິກເຊິ່ງເຖິງການນຳພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ພິເສດແມ່ນອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຫົວພັນ, ພ້ອມທັງຫວັງວ່າສອງຝ່າຍຈະສືບຕໍ່ສົມທົບ, ຊ່ວຍເຫຼືອກັນໃນການຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ