ພົນເອກ ຫວໍ້ງວຽນຢາບ-ຜູ້ບັນຊາການທະຫານສູງ​ສຸດຂອງກອງທັບປະຊາຊົນຫວຽດນາມ​ເຖິງ​ແກ່​ມໍລະນະ​ກຳ

(vovworld)- ​​ວັນ​ທີ 5/10,​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ ສສ ຫວຽດນາມ, ປະ​ທານ​ປະ​ເທດ​ ສສ ຫວຽດນາມ, ລັດຖະບານ ຫວຽດນາມ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ໄດ້​ອອກ​ແຈ້ງ​ການ​ພິ​ເສດໃຫ້​ຮູ້​ວ່າ: ພົນ​ເອກ ຫວໍ້ງວຽນ​ຢາ​ບ ​ໄດ້​ເຖິງ​​ແກ່​ມໍລະນະ​ກຳ. ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​ເກີດ​ວັນ​ທີ 25/8/1911 ຢູ່​ຕາ​ແສງ ​ໂລກ​​ຖູ​ຍ ​ເມືອງ ​ເລ້​ຖູ​ຍ ​ແຂວງ ກວ໋າງບີ່​ງ, ອະດີດ​ກຳມະການ​ກົມ​ການ​ເມືອງ, ອະດີດ​ເລຂາ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ອະດີດ​ຮອງ​ນາຍົກລັດຖະມົນຕີ ​ຜູ້ປະຈຳ​​ການລັດຖະບານ, ອະດີດ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ກອງທັບ​ປະຊາຊົນ​ຫວຽດນາມ, ສະມາຊິກ​ສະພາ​ແຫ່ງ​ຊາດ​​ແຕ່ຊຸດ​ທີ 1 - ຊຸດ​ທີ 7.

ພົນເອກ ຫວໍ້ງວຽນຢາບ-ຜູ້ບັນຊາການທະຫານສູງ​ສຸດຂອງກອງທັບປະຊາຊົນຫວຽດນາມ​ເຖິງ​ແກ່​ມໍລະນະ​ກຳ - ảnh 1

ພົນເອກ ຫວໍ້ງວຽນຢາບ-ຜູ້ບັນຊາການທະຫານສູງ​ສຸດຂອງກອງທັບປ​ຊ​ຊຫວຽດນາມ​​
(ພາບ: ອິນ​ເຕີ​ແນດ)

  ຍ້ອນ​ອາຍຸ​ສູງ, ສຸຂະພາບ​ອ່ອນ​ເພຍ, ​ເຖິງ​ວ່າ​ ພັກ, ລັດ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ໝູ່​ຄະນະ​ ສາດສະດາຈານ, ທ່ານໝໍ, ພາລະ​ກອນ​ການ​ແພດ​ຢູ່​ພາຍ​ໃນ ​ແລະ ນອກ​ກອງທັບ​ພ້ອມ​ກັບ​ຄອບຄົວ​ສຸດ​ຈິດ​ສຸດ​ໃຈເບິ່ງ​ແຍງ ປິ່ນປົວ​ໃຫ້​ເພີ່ນ, ​ແຕ່​ພົນ​ເອກ​ໄດ້ເຖິງ​ແກ່​ມໍລະນະ​ກຳ​ໃນ​ເວລາ 18​ໂມງ 9 ນາທີ ຂອງ​ວັນ​ທີ 4/10/2013 ຢູ່ ​ໂຮງໝໍ​ສູນ​ກາງກອງທັບ​ 108 ລວມອາຍຸ 103 ປີ.

 ​ແຈ້ງ​ການ​ໄດ້​ຊີ້​ແຈ້ງວ່າ: ​ໃນ​ຕະຫລອດ​ຊີວິດ​ກວ່າ 80 ປີ​ ແຫ່ງ​ການ​ເຄື່ອນ​ໄຫ​ວປະຕິວັດ​ຢ່າງ​ລຽນຕິດ, ພົນ​ເອກ ​ໄດ້​ມີ​ຜົນງານ​ຍິ່ງ​ໃຫຍ່​ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ຂອງ​ຊາດ. ​ໂດຍ​ແມ່ນ​ລູກ​ສິດ​ດີ​ເດັ່ນ​ ​ແລະ ​ໃກ້​ຊິດ​ຂອງ​ທ່ານ​ປະທານ​ໂຮ່ຈິ​ມີນ, ​ແມ່ນ​ພົນ​ເອກ​ຜູ້​ທຳ​ອິດ ​ແລະ ​ແມ່ນ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ, ພົນ​ເອກ​ຫວໍ້ງວຽນ​ຢາ​ບ​ໄດ້​ຮັບ​ຄວາມ​ຮັກ​ແພງ, ​ເຄົາລົບ​ນັບຖື​ຈາກ​ປະຊາຊົນ, ​ ​​​ຄວາມ​ນິ​ຍົມເຄົາລົບ​ຈາກ ເພື່ອນ​ມິ​ດສາກົນ ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ພະນັກງານ, ນັບ​ຮົບ​ທົ່ວ​ກອງທັບ​ລຸ້ນ​ຕ່າງໆ. ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​​ໄດ້​ຮັບ​ຫລຽນ​ໄຊ​ດາວ​ເຫລືອງ, ຫລຽນ​ໄຊ​ໂຮ່ຈິ​ມີ​ນ, ຫລຽນ​ກາ​ ອາຍຸ​ພັກ 70 ປີ ​ແລະ ຫລຽນ​ໄຊ​ອັນ​ສູງ​ສົ່ງ​ອື່ນ​ຫລາຍ​ຫລຽນ​ຂອງ​ຫວຽດນາມ ​ແລະ ສາກົນ.

​ພົນ​ເອກຫວໍ້​ງວຽນ​ຢາ​ບ ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ແມ່ນ​ຄວາມສູນ​ເສຍ​​ອັນ​ໃຫ່ຍຫຼວງ​ສຳລັບ​ພັກ, ລັດ, ປຊຊ ​ແລະ ກອງທັບ​ຫວຽດນາມ.

  ​ເພື່ອ​ສະ​ແດງ​ຄວາມ​​ໂສກເສົ້າ​ເສຍ​ດາຍ ​ແລະ ຄວາມ​ຮູ້​ບຸນຄຸນ​ຕໍ່ທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ ສສ ຫວຽດນາມ, ປະທານ​ປະ​ເທດ ສສ ຫວຽດນາມ, ລັດຖະບານປະເທດ ສສ ຫວຽດນາມ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ອົງຄະ​ນະ​ພັກ​ກອງທັບ​ສູນ​ກາງ ​ໄດ້​ຕົກລົງ​ຈັດງານ​ສົບ  ທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ດ້ວຍ​ພິທີ​ລະດັບ​ຊາດ.

  ຄະນະ​ຮັບຜິດຊອບ​ພິ​ທີງານ​ສົບ  ທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ລວມມີ​ສະມາຊິກ 30 ທ່ານ, ​ໃນ​ນັ້ນ, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ​ເປັນ​ຫົວໜ້າ​ຄະນະ.

   ​ພິທີ​ງານ​ສົບທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ຖືກ​ຈັດຕັ້ງຂຶ້ນ​ຢູ່​ຫໍຈັດງານ​ສົບ​ແຫ່ງ​ຊາດ ​ເລກທີ 5 ຖະໜົນ​ເຈິ​ນ​ແທງ​ຕົງ ຮ່າ​ໂນ້ຍ ​ແຕ່ 7 ​ໂມງ 30 ນາທີ ວັນ​ທີ 12/10/2013. ພິທີໄວ້​ອາ​ໄລທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບຈະ​ຖືກ​ຈັດ​ຂຶ້ນ ຢ່າງ​ສົມ​ກຽດ​​ແຕ່ 7 ​ໂມງ 30 ນາທີຂອງວັນ​ທີ 13/10/2013.

   ​ໃນ​ເວລາ​ຈັດ​ພິທີ​ງານສົບ​ແລະ ພິທີ​ໄວ້​ອາ​ໄລທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ຢູ່​ຮ່າ​ໂນ້ຍ ກໍ່​ຈະ​ຈັດ​ພິທີ​ງານ​ສົບ​ແລະ ພິທີ​ໄວ້​ອາ​ໄລທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ຢູ່​ສຳນັກງານ​ຄະນະ​ກຳມະການ ປຊຊ ​ແຂວງ​ກວາງ​ບິງ ​ແລະ ຫໍ​ປະຊຸມ​ເອກະ​ພາບ​ນະຄອນ​ໂຮ່ຈິ​ມິນ.

   ຕາມ​ຄວາມ​ມຸ້ງ​ຫວັງ​ຂອງ​ທ່ານ​ອະດີດພົນ​ເອກຫວໍ້​ງວຽນ​ຢາ​ບ ​ແລະ ຄອບ​ຄົວ​ຂອງ​ເພິ່ນ, ພິທີ​ປົ່ງ​ສົບ ທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 13/10/2013 ຢູ່​​ແຂວງກວາງ​ບິງ-​ບ້ານ​ເກີດ​ເມືອງ​ນອນ​ຂອງທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ.

  ​ໃນ​ສອງ​ວັນ​ຈັດ​ພິທີ​ງານສົບທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ (ຄື​ວັນ​ທີ 12-13/102013), ບັນດາ​ສຳນັກງານ, ​ເຂດ​ສາທາລະນະ​ຈະ​ຊັກ​ທຸງຊາດລົງ​ເຄິ່ງ​ເສົາ ​ແລະ ຢຸດຕິ​ບັດ​ດາ​ການ​ເຄື່ອນໄຫວລະ​ຫຼີ້ນບັງ​ເທິງ./.

  

ຂ່າວ/ບົດ​ອື່ນ