ພົບຊາກຍົນ Mi 17 ຂອງກອງທັບລາວຕົກແລ້ວ

ພົບຊາກຍົນ Mi 17 ຂອງກອງທັບລາວຕົກແລ້ວ - ảnh 1
ພາບ​ປະ​ກອບ:internet


(vovworld)- ຕາມ​ຂ່າວ​ສານ​ປະ​ເທດ​ລາ​ວ(KPL) ແລ້ວ,  ​ຄະນະ​ສະ​ເພາະ​ກິດ ​ແລະ ກໍາລັງ​ກອບ​ກູ້​ພາກ​ພື້ນ​ດິນ ກະຊວງ​ປ້ອງ​ກັນປະ​ເທດ​ລາວ​ຢືນຢັນ​​ໃນຕອນ​ເຊົ້າ​ວັນ​ທີ 30 ກໍລະກົດ 2015 ນີ້​ວ່າ: ​ເຈົ້າ​ໜ້າ​ທີ່​ສະ​ເພາະກິດ​ສາມາດ​ເຂົ້າ​ເຖິງ​ຈຸດ​​ຍົນ Mi-17 ຂອງ​ກອງທັບລາວຕົກ​ໄດ້​​​​ແລ້ວຢູ່​ບໍລິ​ເວນ​ຮ່ອມ​ພູ ​ແລະ ປ່າດົງ​ຕືບໜາ​ໄປທາງ​ທິດ​ເໜືອ​ຂອງ​ບ້ານ​ຫລວງ​ພັນ​ໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນ. ຂະນະ​ນີ້​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ພວມຊອກ​ຄົ້ນ​ ​ແລະ ກອບ​ກູ້​ເອົາ​ສົບ​ຜູ້ເສ​ຍຊີວິດ​ຈໍານວນ​ໜຶ່ງເຂົ້າ​ມາ​ໄວ້​ຢູ່​ບ້ານ​ຫລວງ​ພັນໄຊ ​ເມືອ​ງດັ່ງກ່າວ. ​

ເຈົ້າ​ໜ້າ​ທີ່​ສະ​ເພາະ​ກິດ ​ແລະ ກໍາລັງ​ກອບ​ກູ້​ພາກ​ພື້ນ​ດິນ ກະຊວງ​ປ້ອງ​ກັນປະ​ເທດ​ລາວຍັງ​ເປີດ​ເຜີຍ​ວ່າ: ບໍລິ​ເວນ​ຍົນ​ຕົກ​ເປັນ​ເຂດ​ທຸລະ​ກັນດານ ​ແລະ ຫຍຸ້ງ​ຍາກຫລາຍ​ເພາະ​ເປັນ​ເຂດ​ພູຜາ​ປ່າດົງ​ຕຶບໜາ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຂອງ ​ພວກ​ເຮົາ​ເຂົ້າ​ໄປ​ຫາ​ສະຖານ​ທີ່​ດັ່ງກ່າວ​ລໍາບາກ​ ​ແລະ ອາ​ໄສ​ວິທີ​ຍ່າງເຂົ້າ​ໄປຫາ​ຈຸດ​ເກີດ​ເຫດ​ໂດຍ​ໃຊ້​ເວລາ 4 ຊົ່ວ​ໂມງ ມາ​ຮອດ​ປັດຈຸບັນນີ້​ພວກ​ເຮົາ​ສາມາດ​ພົບ​ແລ້ວ​ຊາກ​ຍົນ​ຕົກ ​ແລະ ​ໄດ້​ລໍາລຽງ​ສົບ​ຜູ້​ຊີວິດຈໍານວນ​ໜຶ່ງ​​ມາ​ໄວ້​ບໍລິ​ເວນບ້ານ​​ທີ່​ໃກ້​ກັບ​ ຈຸດ​ເກີດ​ເຫດ.

ຍົນ ​ລໍາ​ດັ່ງກ່າວ, ໄດ້ບິນ​ຂຶ້ນ​ຈາກ​ນະຄອນຫລວງ​ວຽງຈັນໃນ​ເວລາ 13:10 ​​ໂມງ ຂອງ​ວັນ​ທີ 27 ກໍລະກົດ 2015 ເພື່ອ​ໄປ​ປະຕິບັດໜ້າທີ່ຢູ່ ​ແຂວງ​ຊຽງຂວາງ-ຫົວພັນ ​ເມື່ອ​ບິນ​ໄປ​ໄດ້​ໄລຍະໜຶ່ງ ສູນ​ຄວບ​ຄຸມ​ການບິນ ບໍ່ສາມາດ​ຕິດ​ຕໍ່​ສື່ສານ​ກັບ​ຍົນ​ລຳ​ດັ່ງກ່າວໄດ້​ ເຊິ່ງມີ​ຈຸ​ບິນ 4 ຄົນ ​ແລະ ຜູ້​ໂດຍ​ສານລວມທັງໝົດ 19 ຄົນ.

 

 

ຂ່າວ/ບົດ​ອື່ນ