ພາຍຸ Kong - rey ພັດເຂົ້າສ.ເກົາຫຼີ ກໍ່ຄວາມເສຍຫາຍຫຼາຍຢ່າງ
(VOVWORLD) -ວັນທີ 06 ຕຸລາ, ພາຍຸ Kong – rey ໄດ້ພັດເຂົ້າສ.ເກົາຫຼີ, ເຊິ່ງເຮັດໃຫ້ຢ່າງໜ້ອຍສຸດມີ 2 ຄົນເສຍຊີວິດ, 1 ຄົນຫາຍສາບສູນ ແລະ ນັບຮ້ອຍຄົນຕ້ອງຍົກຍ້າຍ, 61.000 ຄອບຄົວຂອງປະເທດນີ້ບໍ່ມີໄຟຟ້າໃຊ້.
ພາຍຸ Kong - rey ພັດເຂົ້າສ.ເກົາຫຼີ ກໍ່ຄວາມເສຍຫາຍຫຼາຍຢ່າງ
(ພາບ: TTXVN)
|
ພາຍຸ Kong – rey ໄດ້ພັດເຂົ້າແຂວງທາງພາກໃຕ້ Gyeongsang ໃນຕອນເຊົ້າວັນທີ 06 ຕຸລາ, ເກີດມີພາຍຸຝົນຕົກໜັກ ພັດຜ່ານຫຼາຍນະຄອນໃຫຍ່ຂອງເຂດນີ້ ກ່ອນທີ່ຈະມຸ່ງໜ້າອອກໄປສູ່ທະເລໃນຕອນແລງຂອງວັນດຽວກັນ. ສະຫະສະມາຄົມສະໜາມບິນສ.ເກົາຫຼີ ໄດ້ແຈ້ງວ່າ, ບັນດາສະໜາມບິນທາງທິດໃຕ້ຂອງປະເທດນີ້ໄດ້ກັບຄືນສູ່ສະພາບປົກກະຕິແລ້ວໃນຕອນບ່າຍວັນທີ 06 ຕຸລາ, ພາຍຫຼັງພາຍຸ Kong – rey ໄປຜ່ານ.