ມີກາລະໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດຕ່າງປະເທດລົງທຶນຢູ່ແຂວງ ບິ່ງເຢືອງ

(VOVWORLD) -ແຂວງ ບິ່ງເຢືອງ ໄດ້ແນະນຳເຖິງບັນດານັກລົງທຶນກ່ຽວກັບທ່າແຮງ, ນະໂຍບາຍບຸລິມະສິດ ແລະ ສະພາບແວດລ້ອມແຫ່ງການລົງທຶນຂອງແຂວງ
ມີກາລະໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດຕ່າງປະເທດລົງທຶນຢູ່ແຂວງ ບິ່ງເຢືອງ - ảnh 1(ເວທີປາໄສຮ່ວມມືເສດຖະກິດ Horasis ອິນເດຍ 2022)

        ໃນຂອບເຂດເວທີປາໄສຮ່ວມມືເສດຖະກິດ Horasis ອິນເດຍ 2022, ຕອນບ່າຍວັນທີ 26 ກັນຍາ, ໄດ້ດຳເນີນວາລະໂອ້ລົມສົນທະນາພິເສດດ້ວຍຫົວຂໍ້ “ກາລະໂອກາດລົງທຶນຢູ່ແຂວງ ບິ່ງເຢືອງ”. ທີ່ວາລະໂອ້ລົມສົນທະນານີ້, ແຂວງ ບິ່ງເຢືອງ ໄດ້ແນະນຳເຖິງບັນດານັກລົງທຶນກ່ຽວກັບທ່າແຮງ, ນະໂຍບາຍບຸລິມະສິດ ແລະ ສະພາບແວດລ້ອມແຫ່ງການລົງທຶນຂອງແຂວງ; ເຊີນບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າຂົງເຂດເຊິ່ງແຂວງ ບິ່ງເຢືອງ ພວມສົນໃຈ, ລວມມີ: ອຸດສາຫະກຳເຕັກນິກສູງ, ນຳໃຊ້ພະລັງງານຜະລິດຄືນໃໝ່, ການຄ້າ, ການບໍລິການ, ພື້ນຖານໂຄງລ່າງ… ທ່ານ ມາຍຮຸ່ງຢຸງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ບິ່ງເຢືອງ, ໃຫ້ຂໍ້ສັງເກດວ່າ: ອິນເດຍ ແມ່ນປະເທດກວ້າງໃຫຍ່, ມີປະຊາກອນເປັນຈຳນວນຫຼາຍ, ມີຫຼາຍຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ການຢາ, ພູມປັນຍາປະດິດພັດທະນາ.  ແຂວງ ບິ່ງເຢືອງ ປາດຖະໜາຢາກເຊື່ອມຕໍ່ກັບວິສາຫະກິດ ອິນເດຍ ເວົ້າສະເພາະ ແລະ ບັນດານັກລົງທຶນ, ວິສາຫະກິດຕ່າງປະເທດເວົ້າລວມໃຫ້ເປັນຢ່າງດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ