ມຸ່ງໄປເຖິງສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 69 ປີ

(VOVWORLD) - ທ່ານ ຫວ໋ງຽນຈ້ອງເຫງັ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສູງຕໍ່ການພັດທະນາຂອງໂຮງໝໍ; ພ້ອມທັງສະເໜີໃຫ້ການນຳໂຮງໝໍ ຕ້ອງສ້າງວິໄສທັດຍຸດທະສາດໃນອະນາຄົດ ເພື່ອໃຫ້ຜົນງານຂອງສອງຂະແໜງ ສາທາລະນະສຸກ ແລະ ກິລາມຄວາມກົມກຽວກັນ.
ມຸ່ງໄປເຖິງສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 69 ປີ - ảnh 1ທ່ານ ຫວ໋ງຽນຈ້ອງເຫງັ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຢ້ຽມຢາມໂຮງໝໍ ເຕີຍແອັງ
(ພາບ:Minh Quyết/TTXVN)

ຕອນບ່າຍວັນທີ 22 ກຸມພາ, ທີ່ຮ່າໂນ້ຍ, ທ່ານ ຫວ໋ງຽນຈ້ອງເຫງັ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ໂຮງໝໍກິລາ ຫວຽດນາມ ແລະ ໂຮງໝໍຫຼາຍຂະແໜງ ເຕິມແອັງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 69 ປີ (27/2/1955 – 27/2/2024).

       ທີ່ໂຮງໝໍກິລາ ຫວຽດນາມ, ໂຮງໝໍແຫ່ງດຽວ ທີ່ຊ່ຽວຊານໃນຂົງເຂດກິລາ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ທ່ານ ຫວ໋ງຽນຈ້ອງເຫງັ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສູງຕໍ່ການພັດທະນາຂອງໂຮງໝໍ; ພ້ອມທັງສະເໜີໃຫ້ການນຳໂຮງໝໍ ຕ້ອງສ້າງວິໄສທັດຍຸດທະສາດໃນອະນາຄົດ ເພື່ອໃຫ້ຜົນງານຂອງສອງຂະແໜງ ສາທາລະນະສຸກ ແລະ ກິລາມຄວາມກົມກຽວກັນ. ໃນນັ້ນ, ໃຫ້ຄວາມສຳຄັນບັນຫາການຄົ້ນຄ້ວາວິທະຍາສາດ, ບຳລຸງກໍ່ສ້າງ, ຝຶກອົບຮົມ, ບຳລຸງຖັນແຖວພະນັກງານແພດໝໍດ້ານກິລາ ເພື່ອຮັບໃຊ້ໃນທົ່ວປະເທດ. ໃນໂອກາດນີ້, ທ່ານ ຫວ໋ງຽນຈ້ອງເຫງັ້ຍ ໄດ້ໄປຢ້ຽມຢາມຖາມຂ່າວ ແລະ ໃຫ້ກຳລັງໃຈບັນດາຄົນເຈັບ ທີ່ພວມຮັບການປິ່ນປົວຢູ່ໂຮງໝໍ.

ທີ່ການຢ້ຽມຢາມໂຮງໝໍຫຼາຍຂະແໜງ ເຕິມແອັງ, ທ່ານ ຫວ໋ງຽນຈອງເຫງັຍ ຕີລາຄາສູງບັນດາຜົນງານທີ່ລະບົບໂຮງໝໍຫຼາຍຂະແໜງ ເຕິມແອັງ, ລະບົບສັກວັກຊີນ VNVC ແລະ ບໍລິສັດການຢາ ECO ຍາດມາໄດ້ໃນໄລຍະກວ່າ 15 ປີຜ່ານມາ, ຊຶ່ງໄດ້ຊ່ວຍດູແລສຸຂະພາບ, ປິ່ນປົວ, ສັກວັກຊີນ ໃຫ້ເດັກນ້ອຍ ແລະ ຜູ້ໃຫ່ຍນັບເປັນຫຼາຍສິບລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ