ມີຊາວ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກວ່າ 800 ຄົນ ໄດ້​ຍົກ​ຍ້າຍ​ໄປ​ຍັງປະ​ເທດ ຣູ​ມາ​ນີ

(VOVWORLD) -  ດ້ວຍທິດນຳເຄື່ອນໄຫວທີ່ຂ້ຽວຂາດ ແລະ “ຍາກຢູ່ໃສແກ້ໄຂຢູ້ນັ້ນ”, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຣູມານີ ດັ້ງເຈິ່ນຟອງ ໄດ້ລົງໄປສະຖານທີ່ຕົວຈິງ ຫຼື ຕິດຕໍ່ເພື່ອແກ້ໄຂໃຫ້ທຸກກໍລະນີທີ່ມີຄວາມຕ້ອງການຢາກຍົກຍ້າຍໄປຍັງ ຣູມານີ. ທຸກລະບຽບການໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ບໍ່ມີຜູ້ໃດຖືກຕິດຄ້າງຢູ່ ຢູແກຼນ.
ມີຊາວ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກວ່າ 800 ຄົນ ໄດ້​ຍົກ​ຍ້າຍ​ໄປ​ຍັງປະ​ເທດ ຣູ​ມາ​ນີ - ảnh 1ຊາວ ຫວຽດນາມ ອາໄສ ຢູ່ ຢູແກຼນ ໄດ້ຍົກຍ້າຍໄປຍັງ ຣູມານີ (ພາບ: TTXVN)

ຕາມການສະຖິຕິ ຮອດຕອນເຊົ້າວັນທີ 6 ມີນາ, ສະຖານທູດ ຫວຽດນາມ ປະຈຳ ຣູມານີ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ອາໄສຢູ່ ຣູມານີ ພ້ອມດ້ວຍບັນດາສະມາຄົມ,ອົງການຕ່າງໆຂອງຊາວ ຫວຽດນາມ ອາໄສຢູ່ປະເທດນີ້ ໄດ້ຕ້ອນຮັບ ແລະ ດຳເນີນວຽກງານໜູນຊ່ວຍຊາວ ຫວຽດນາມ ປະມານ 800 ຄົນ ຍົກຍ້າຍຈາກ ຢູແກຼນ ໄປຍັງ ຣູມານີ. ເຖິງຢ່າງໃດກໍຕາມ, ຕົວເລກຕົວຈິງອາດຈະຫຼາຍກວ່ານີ້ອີກ ຍ້ອນວ່າ ຍັງມີຜູ້ຄົນບໍ່ໄດ້ຕິດຕໍ່ກັບສະຖານທູດ ຫຼື ສະມາຄົມຊາວ ຫວຽດນາມ ຢູ່ ຣູມານີ.

     ດ້ວຍທິດນຳເຄື່ອນໄຫວທີ່ຂ້ຽວຂາດ ແລະ “ຍາກຢູ່ໃສແກ້ໄຂຢູ້ນັ້ນ”, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຣູມານີ ດັ້ງເຈິ່ນຟອງ ໄດ້ລົງໄປສະຖານທີ່ຕົວຈິງ ຫຼື ຕິດຕໍ່ເພື່ອແກ້ໄຂໃຫ້ທຸກກໍລະນີທີ່ມີຄວາມຕ້ອງການຢາກຍົກຍ້າຍໄປຍັງ ຣູມານີ. ທຸກລະບຽບການໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ບໍ່ມີຜູ້ໃດຖືກຕິດຄ້າງຢູ່ ຢູແກຼນ.

     ຕາມຕົວເລກທາງການຂອງວົງການເຈົ້າໜ້າທີ່ ຣູມານີ ໄດ້ຊີ້ໃຫ້ເຫັນວ່າ ນັບແຕ່ເມື່ອການປະທະກັນເກີດຂຶ້ນຢູ່ ຢູແກຼນ ຮອດວັນທີ 5 ມີນາ, ມີຫຼາຍກວ່າ 170.000 ຄົນຈາກ ຢູແກຼນ ໄປລີ້ໄພຢູ່ຣູມານີ.

ຕອບກັບ

ຂ່າວ/ບົດ​ອື່ນ