ມີ​ຜູ້​ເສຍ​ຊີ​ວິດ​ຍ້ອ​ນ​ພະ​ຍາດ nCoV ຢູ່​ຈີນ ກ່​ວາ 900 ຄົ​ນ

(VOVWORLD) - ວັນທີ 10 ກຸມພາ, ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນໃຫ້ຮູ້ວ່າ ໃນວັນທີ 9 ກຸມພາ, ປະເທດນີ້ໄດ້ຮັບຮູ້ມີຜູ້ເສຍຊີວິດຕື່ມອີກ 97 ຄົນຍ້ອນພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ Corona (nCoV),ມີຜູ້ຕິດເຊື້ອພະຍາດຕື່ມອີກ 3.062 ຄົນ ຢູ່ 31 ນະຄອນໃນທົ່ວປະເທດ.

ດັ່ງນັ້ນ, ໄລ່ໝົດວັນທີ 9 ກຸມພາ, ຍອດຈຳນວນຜູ້ເສຍຊີວິດຍ້ອນເຊື້ອໄວຣັດ nCoV ຢູ່ຈີນເພີ່ມຂຶ້ນເປັນ 908 ຄົນໃນນັ້ນມີຜູ້ຕິດເຊື້ອພະຍາດເພີ່ມຂຶ້ນເປັນ 40.171ຄົນ, 3.281 ຄົນໄດ້ຮັບການປິ່ນປົວຫາຍດີແລະອອກໂຮງໝໍແລ້ວ. ຈຳນວນຜູ້ເສຍຊີວິດດັ່ງກ່າວໄດ້ລື່ນກາຍຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ SARS ເມື່ອ ປີ 2002 – 2003.

        ອົງການອານາໄມໂລກ (WHO) ໄດ້ສົ່ງ ກຸ່ມນັກຊ່ຽວຊານສາກົນເດີນທາງໄປຍັງຈີນໃນວັນທີ 9 ກຸມພາເພື່ອຄົ້ນຄ້ວາກ່ຽວກັບໂລກລະບາດ.

        ໃນວັນທີ 9 ກຸມພາ, ລັດຖະບານອັງກິດ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໄວຣັດສາຍພັນໃໝ່ Corona ຄົນທີ 4 (2019 - nCoV) ໃນຂະນະນັ້ນ, ແອັດສປາຍ ກໍ່ຢັ້ງຢືນມີຜູ້ຕິດເຊື້ອພະຍາດຄົນທີ 2 ຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ