ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນຍ້ອນພາຍຸ Sandy

ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນຍ້ອນພາຍຸ Sandy  - ảnh 1
ພາຍຸ Sandy​ ໄດ້ກໍ່​ໃຫ້​ເກີດນ້ຳຖ້ວມຢູ່​ນະຄອນ​ນິວຢອກ-ອາ​ເມ​ລິ​ກາ
(ພາບ: AP)


(vovworld)- ພາຍຫຼັງ​ທີ່​ໄດ້​ພັດ​ເຂົ້າ​ຝັ່ງຕາ​ເວັນ​ອອກ​ຂອງ​ອາ​ເມ​ລິ​ກາ. ພາຍຸ Sandy ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 40 ຄົນ. ປະຈຸ​ບັນ, ​ການ​ເຄື່ອນ​ໄຫວ​ຢູ່ນະຄອນ​ນິວຢອກຍັງ​ຄົງຖືກຕັດຂາດທັງໝົດ, ຂະນະ​ທີ່​​ລະບົບ​ລົດໄຟ​ໃຕ້​ດິນ​ພວມ​ຖືກ​ຈົມ​ໃຕ້​ນ້ຳ ​ແລະ ລະບົບ​ຂົວ​ທາງ​ຖືກ​ຢຸດ​ການ​ເຄື່ອນ​ໄຫວ. ພາຍຸ Sandy ​ໄດ້​ເຮັດ​ໃຫ້ 15 ລັດ ​ແລະ ນະຄອນຫຼວງ​ວໍ​ຊິງ​ຕັນ ຖືກ​ຕົກ​ຢູ່​ໃນ​ສະພາບ​ຂາດ​ໄຟຟ້າ​ໃຊ້​, ສົ່ງ​ຜົນ​ສະທ້ອນ​ເຖິງຊີວິດ​ການ​ເປັນ​ຢູ່​ຂອງ 8 ລ້ານ​ກ່ວາ​ຄົນ. ນອກຈາກນັ້ນ ມີ​ປະຊາຊົນ​ນັບ​ພັນ​ຄົນ​ທີ່​ຕ້ອງ​ຍົກຍ້າຍ​ໄປ​ແຫ່ງ​ອື່ນ​ເພື່ອ​ຫຼົບ​ຫຼີກ​ພາຍຸນັ້ນ ຍັງ​ບໍ່​ສາມາດ​ກັບ​ຄືນ​ບ້ານ​ຍ້ອນ​ນ້ຳ​ຖ້ວມ ​ແລະ ຂາດ​ການ​ບໍລິການ​ທີ່​ຈຳ​ເປັນ.

    ​ໃນ​ຂະນະ​ນັ້ນ, ປະທານາທິບໍດີ Barac Obama ​ໄດ້​ລົບ​ລ້າງ​ບັນດາ​ແຜນການ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ໃນ 2 ມື້​ທີ່​ຜ່ານ​ມາ ​ເພື່ອ​ສະຫງວນ​ເວລາ​ຊີ້​ນຳ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຂອງ ພາຍຸ Sandy. ສ່ວນ​ຜູ້​ສະໝັກ​ເລືອກ​ຕັ້ງ​ສັງກັດ​ພັກສາ​ທາ​ລະນະ​ລັດ Mitt Romney ກໍ​ໄດ້​ໂຈະ​ບັນດາ​ການ​ເຄື່ອນ​ໄຫວ ຫາ​ສຽງ​ເລືອກ​ຕັ້ງ ​ແລະ ​ໄດ້​ຈັດການ​ສົງ​ເຄາະ​ຢູ່​ເຂດ​ປະສົບ​ພາຍຸ​ນ້ຳ​ຖ້ວມ​ຢູ່​ນະຄອນ Dayton ລັດ Ohio.

ຂ່າວ/ບົດ​ອື່ນ