ມອບຂໍ້ຕົກລົງແຕ່ງຕັ້ງທູດກິດຕິມະສັກຫວຽດນາມປະຈຳຢູ່ Sevilla, ແອັດສະປາຍ ຢ່າງເປັນທາງການ

(VOVWORLD) - ດ້ວຍບົດບາດໃໝ່, ທ່ານ Pablo Rafael Gomez Falcon ຈະຊອກຮູ້ກ່ຽວກັບປະຊາຄົມຫວຽດນາມ ໃນຂອບເຂດສະຖານກົງສູນຢ່າງເລິກເຊິ່ງ

ມອບຂໍ້ຕົກລົງແຕ່ງຕັ້ງທູດກິດຕິມະສັກຫວຽດນາມປະຈຳຢູ່ Sevilla, ແອັດສະປາຍ ຢ່າງເປັນທາງການ - ảnh 1 ພິທີມອບຂໍ້ຕົກລົງແຕ່ງຕັ້ງທ່ານ Pablo Rafael Gomez Falcon, ພົນລະເມືອງແອັດສະປາຍ, ເປັນທູດກິດຕິມະສັກຫວຽດນາມ ຢ່າງເປັນທາງການ

(ພາບ: chinhphu.vn)

ວັນທີ 28 ພຶດສະພາ, ທ່ານເອກຄະລັດຖະທູດຫວຽດນາມ ປະຈຳແອັດສະປາຍ ຮ່ວາງຊວັນຫາຍ, ໄດ້ເປັນປະທານພິທີສະເໜີຕົວ, ມອບຂໍ້ຕົກລົງແຕ່ງຕັ້ງທ່ານ Pablo Rafael Gomez Falcon, ພົນລະເມືອງແອັດສະປາຍ, ເປັນທູດກິດຕິມະສັກຫວຽດນາມ ຢ່າງເປັນທາງການ ປະຈຳຢູ່ນະຄອນ Sevilla, ດ້ວຍເຂດສະຖານກົງສູນແມ່ນທົ່ວເຂດ Andalusia, ທາງທິດໃຕ້ຂອງແອັດສະປາຍ ດ້ວຍອາຍຸການໄລຍະ 3 ປີ (2020 – 2023).

        ກ່າວຄຳເຫັນທີ່ພິທີມອບຂໍ້ຕົກລົງ, ທ່ານເອກຄະລັດຖະທູດ ຮ່ວາງຊວັນຫາຍ ເຊື່ອໝັ້ນວ່າ, ດ້ວຍບົດບາດໃໝ່, ທ່ານ Pablo Rafael Gomez Falcon ຈະຊອກຮູ້ກ່ຽວກັບປະຊາຄົມຫວຽດນາມ ໃນຂອບເຂດສະຖານກົງສູນຢ່າງເລິກເຊິ່ງ; ແນະນຳໃຫ້ພົນລະເມືອງຫວຽດນາມ ປະຕິບັດກົດໝາຍ, ເຄົາລົບຮີດຄອງປະເພນີຂອງແອັດສະປາຍ, ພ້ອມທັງຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງເຂດ Andalusia ກັບຫວຽດນາມ…

        ສ່ວນທ່ານ Pablo Rafael Gomez Falcon ກໍ່ສັນຍາວ່າ, ຈະມານະພະຍາຍາມເພື່ອປະຕິບັດພາລະໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ, ພ້ອມທັງຊຸກຍູ້ບັນດາວິສາຫະກິດແອັດສະປາຍ ໄປຊອກຮູ້ຕະຫຼາດຫວຽດນາມ, ພິເສດແມ່ນພາຍຫຼັງສັນຍາການຄ້າເສລີຫວຽດນາມ- ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນຫວຽດນາມ - ສະຫະພາບເອີລົບ (IPA) ເລີ່ມມີຜົນສັກສິດ.

        ແລະກໍ່ໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈຳແອັດສະປາຍ ກໍ່ໄດ້ຈັດພິທີມອບຜ້າອັດປາກ-ອັດດັງຂ້າເຊື້ອຈຳນວນ 1.500 ອັນ, ເຊິ່ງແມ່ນຂອງຂວັນຂອງລັດຖະບານຫວຽດນາມ ທີ່ມອບໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ແອັດສະປາຍ.

ຕອບກັບ

ຂ່າວ/ບົດ​ອື່ນ