ມອບລາງວັນ Alexandre Yersin ໃຫ້ບັນດານັກຄົ້ນຄວ້າແພດສາດດີເລີດ

(VOVWORLD) -ຕອນຄ່ຳວັນທີ 26 ກໍລະກົດ, ຢູ່ນະຄອນໂຮ່ຈິມິນ, ສະມາຄົມການແພດສະວິດ - ຫວຽດນາມ (HELVIETMED) ໄດ້ມອບລາງວັນ Alexandre Yersin ໃຫ້ 4 ກິດຈະກຳຄົ້ນຄວ້າດີເລີດໃນຂົງເຂດແພດສາດ. ນີ້ແມ່ນລາງວັນເພື່ອເຊີດຊູບັນດາກິດຈະກຳຄົ້ນຄວ້າດີເລີດຂອງບັນດານັກວິທະຍາສາດຫວຽດນາມ ໃຫ້ແກ່ຂະແໜງແພດສາດສາກົນ.

ມອບລາງວັນ Alexandre Yersin ໃຫ້ບັນດານັກຄົ້ນຄວ້າແພດສາດດີເລີດ - ảnh 1 ພິທີມອບລາງວັນ Alexandre Yersin

(ພາບ: TTXVN)

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ Othmar Hardegger, ຫົວໜ້າສະຖານກົງສູນໃຫຍ່ສະວິດ ປະຈຳນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ, ລາງວັນ Alexandre Yersin ປະກາດມອບໃຫ້ແພດສາດດີເລີດຂອງຫວຽດນາມ ແມ່ນມີຄວາມໝາຍທີ່ສຸດ, ຍ້ອນລາງວັນໄດ້ໃສ່ຊື່ທ່ານໝໍ, ນັກວິທະຍາສາດ Alexandre Yersin, ເຊິ່ງເປັນນັກວິທະຍາສາດສະວິດ ແຕ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ຂະແໜງແພດສາດຫວຽດນາມ ເວົ້າສະເພາະ ແລະ ແພດສາດໂລກເວົ້າລວມ. ທ່ານ Othmar Hardegger, ຫວັງວ່າ, ລາງວັນ Alexandre Yersin ບໍ່ພຽງແຕ່ແມ່ນການເຊີດຊູທີ່ເໝາະສົມສະຫງວນໃຫ້ບັນດາກິດຈະກຳຄົ້ນຄວ້າຂອງຫວຽດນາມ ໃນວັນນີ້ເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນຊຸກຍູ້ໃຫ້ບັນດາກິດຈະກຳວິທະຍາສາດໃນອະນາຄົດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ