ມອບຫຼຽນ​ໄຊ​ຫຼຽ​ນ​ກາຂອງ​ລັດ ລາວ​ໃຫ້​ແກ່​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ແຂວງ ໄທ​ງວຽນ

(VOVWORLD) -  ທ່ານ ຄຳຂັນ ຈັນທະວີສຸກ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງ ໄທຫງວຽນ ແລະ ຫຼວງພະບາງ ກໍ່ຄືບັນດາແຂວງພາກເໜືອລາວ ຈະນັບມື້ນັບເຂົ້າສູ່ລວງເລິກ.
ມອບຫຼຽນ​ໄຊ​ຫຼຽ​ນ​ກາຂອງ​ລັດ ລາວ​ໃຫ້​ແກ່​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ແຂວງ ໄທ​ງວຽນ - ảnh 1ພິທີມອບຮັບມອບຫຼຽນໄຊຫຼຽນກາຂອງລັດ ລາວໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນແຂວງ ໄທງວຽນ
(ພາບ: TTXVN)

ວັນທີ 20 ມິຖຸນາ, ຢູ່ແຂວງ ໄທງວຽນ, ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີ ສປປ.ລາວ, ທ່ານຄຳຂັນ ຈັນທະວີສຸກ  ເລຂາພັກແຂວງ, ເຈົ້າແຂວງ ແຂວງຫຼວງພະບາງ ໄດ້ມອບຫຼຽນໄຊຂອງປະເທດ ສປປ.ລາວ ໃຫ້ແກ່ 10 ໝູ່ຄະນະ ແລະ ສ່ວນບຸກຄົນຂອງແຂວງ ໄທງວຽນ ຍ້ອນມີຜົນງານດີເດັ່ນ ແລະ ມີການປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືລະຫວ່າງສອງແຂວງ ໄທງວຽນ - ຫຼວງພະບາງ.

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາພັກແຂວງ, ເຈົ້າແຂວງໆ ຫຼວງພະບາງໄດ້ຢັ້ງຢືນວ່າ ນີ້ແມ່ນລາງວັນອັນສູງສົ່ງຂອງລັດຖະບານ ສປປ.ລາວ, ແມ່ນການຢັ້ງຢືນບັນດາຜົນງານດີເດັ່ນ, ການປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນ, ນ້ຳໃຈສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດ ລາວ - ຫວຽດນາມ. ທ່ານ ຄຳຂັນ ຈັນທະວີສຸກ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງ ໄທຫງວຽນ ແລະ ຫຼວງພະບາງ ກໍ່ຄືບັນດາແຂວງພາກເໜືອລາວ ຈະນັບມື້ນັບເຂົ້າສູ່ລວງເລິກ.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ພ້ອມກັບແບ່ງປັນ, ແລກປ່ຽນກ່ຽວກັບບາງຂົງເຂດທີ່ກ່ຽວຂ້ອງເຖິງສະພາບພັດທະນາເສດຖະກິດ - ສັງຄົມ, ການສຶກສາບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການຫັນເປັນດີຈີຕອນ…

ຕອບກັບ

ຂ່າວ/ບົດ​ອື່ນ