ມະຕິຂອງກົມການເມືອງກ່ຽວກັບການກຳນົດທິດສ້າງນະໂຍບາຍພັດທະນາອຸດສາຫະກຳແຫ່ງຊາດຮອດປີ 2030,ວິໄສທັດຮອດປີ 2045

(VOVWORLD) - ຕາມນັ້ນແລ້ວ, ຄາດໝາຍສັງລວມຂອງມະຕິແມ່ນຮອດປີ 2030, ຫວຽດນາມ ປະຕິບັດສຳເລັດຄາດໝາຍຫັນເປັນອຸດສາຫະກຳ, ທັນສະໄໝ, ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ

ວັນທີ 22 ມີນາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ເຊັນປະກາດໃຊ້ມະຕິກ່ຽວກັບການກຳນົດທິດສ້າງນະໂຍບາຍພັດທະນາອຸດສາຫະກຳແຫ່ງຊາດຮອດປີ 2030, ວິໄສທັດຮອດປີ 2045. ຕາມນັ້ນແລ້ວ, ຄາດໝາຍສັງລວມຂອງມະຕິແມ່ນຮອດປີ 2030, ຫວຽດນາມ ປະຕິບັດສຳເລັດຄາດໝາຍຫັນເປັນອຸດສາຫະກຳ, ທັນສະໄໝ, ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ; ນອນໃນກຸ່ມ 3 ປະເທດນຳໜ້າພາກພື້ນ ອາຊຽນ ກ່ຽວກັບດ້ານອຸດສາຫະກຳ, ໃນນັ້ນມີບາງຂະແໜງອຸດສາຫະກຳມີກຳລັງແກ່ງແຍ້ງສາກົນ ແລະ ເຂົ້າຮ່ວມລົງເລິກໃນລະບົບມູນຄ່າທົ່ວໂລກ. ວິໄສທັດຮອດປີ 2045, ຫວຽດນາມ ກາຍເປັນປະເທດອຸດສາຫະກຳພັດທະນາທັນສະໄໝ.

        ມະຕິໄດ້ຊີ້ແຈ້ງ: ບັນດາຄະນະພັກຂັ້ນສູນກາງ, ບັນດາຄະນະພະນັກງານພັກ, ຄະນະພັກແຂວງ, ນະຄອນ, ອົງຄະນະພັກຂຶ້ນກັບສູນກາງຈັດຕັ້ງການຄົ້ນຄ້ວາ, ຊາບຊຶມ ແລະ ສ້າງແຜນການປະຕິບັດມະຕິເໝາະສົມກັບສະພາບການຂອງຂະແໜງການ, ຂອງທ້ອງຖິ່ນ, ອົງການ, ຫົວໜ່ວຍ; ສ້າງລາຍການ, ແຜນການເຄື່ອນໄຫວປະຕິບັດມະຕິດ້ວຍຂັ້ນຕອນ ແລະ ການຈັດແບ່ງວຽກງານໃຫ້ລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ