ມາ​ເລຍ​ເຊຍ ປະກອບສ່ວນຢ່າງ ຕັ້ງໜ້າໃຫ້ແກ່ພື້ນຖານສັນຕິພາບ ຂອງຟິລິບປີນ

ມາ​ເລຍ​ເຊຍ ປະກອບສ່ວນຢ່າງ ຕັ້ງໜ້າໃຫ້ແກ່ພື້ນຖານສັນຕິພາບ ຂອງຟິລິບປີນ - ảnh 1
ທ່ານ Nagib Razak ນາຍົກລັດຖະມົນຕີ ມາ​ເລຍ​ເຊຍ
(ພາບ: The Wall Street Journal)


(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ປະທານາທິບໍດີ ຟິລິ​ບປີນ Benigno Aquino, ວັນ​ທີ 14/10, ທ່ານ Nagib Razak ນາຍົກລັດຖະມົນຕີ ມາ​ເລຍ​ເຊຍ ​ໄດ້​ເດີນທາງ​ໄປຍັງນະຄອນ​ຫລວງ  ມາ​ນີລາ​ ປະ​ເທດ ຟິລິບ​ປີນ ​ເພື່ອ​ເປັນ​ສັກ​ຂິພິຍານ​ພິທີ​ລົງ​ນາ​ມ​ໃນ​ສັນຍາ​ແມ່​ສັນຕິພາບ​ລະຫວ່າງ ລັດຖະບານ ຟິລິ​ບປີນ ​ແລະ ​ແນວ​​ໂຮມ​ປົດ​ປ່ອຍ​ອິດສະ​ລາມ Moro ຊຶ່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 15/10. ມາ​ເລ​ເຊຍ ​ເຄີຍ​​ເປັນ​ຝ່າຍ​ທີ​ 3 ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນບັນດາ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ລັດຖະບານ ຟິລິບ​ປີນ ​ແລະ ​ ແນວ​​ໂຮມ​ປົດ​ປ່ອຍ​ອິດສະ​ລາມ Moro ນັບ​ແຕ່​​​ປີ 2001 ພ້ອມ​ທັງນຳ​ຫນ້າ ​ຫນ່ວຍ​ຕິດ​ຕາມ​ກວດກາ​ສາກົນ​ຢູ່ ປະ​ເທດ​ນີ້ນັບ​ແຕ່​ປີ 2004. ສັນຍາ​ແມ່​ສັນຕິພາບ ​ແມ່ນ​ວິວັດ​ທະນາການ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ເຂດ​ປົກຄອງ​ຕົນເອງ​​ແຫ່ງໃຫມ່​ໃຫ້​ແກ່​ຊາວ​ມຸດ​ສະ​ລິ​ມຢູ່​ພາກ​ໃຕ້ ຟິລິບ​ປີນ ​ເພື່ອ​ຈຸດປະສົງ​ເປີດ​ເສັ້ນທາງ​ໃຫ້​ແກ່​ພື້ນຖານ​ສັນຕິພາບ​ຍາວ​ນານ​ພາຍຫລັງ​ການ​ປະ​ທະ​ກັນ​ມາ​ເປັນ​ເວລາ 40 ປີ.
ຂ່າວ/ບົດ​ອື່ນ