ມາເລເຊຍ ຈັບຕົວ 2 ເປົ້າໝາຍທີ່ມີການພົວພັນກັບ IS

(VOVWORLD) - ວິທີຄາດຕະກຳບັນດານັກບວດຖືສາສະໜາພຸດຢູ່ນະຄອນຫຼວງ ກົວລາລຳເປີ ເມື່ອເດືອນ ພະຈິກ ປີ ກາຍ.

ວັນທີ 22 ມັງກອນ, ວົງການເຈົ້າໜ້າທີ່ ມາເລເຊຍ ປະກາດໄດ້ຈັບຕົວຊາຍ 2 ຄົນທີ່ເປັນເປົ້າໝາຍມີການພົວພັນກັບອົງການກໍ່ການຮ້າຍ IS. ຕຳຫຼວດ ມາເລເຊຍ ໃຫ້ຮູ້ວ່າ: 2 ເປົ້າໝາຍດັ່ງກ່າວຖືກຈັບຕົວ ໃນເດືອນ ທັນວາ ປີ 2017 ແລະ ເດືອນ ມັງກອນນີ້, ດ້ວຍຂໍ້ກ່າວຫາມີກົນອຸບາຍດຳເນີນບັນດາການເຄື່ອນໄຫວກໍ່ຈາລະຈົນ ແລະ ສະໜັບສະໜູນແນວ ຄິດຂອງ IS. ມີເປົ້າໝາຍຄົນໜຶ່ງແມ່ນຊາວ ອິນໂດເນເຊຍ, ຖືກຈັບຕົວໃນອາທິດກ່ອນ ຍ້ອນຂໍ້ກ່າວຫາແມ່ນຊອກຫາວິທີຄາດຕະກຳບັນດານັກບວດຖືສາສະໜາພຸດຢູ່ນະຄອນຫຼວງ ກົວລາລຳເປີ ເມື່ອເດືອນ ພະຈິກ ປີ ກາຍ.

        ໃນຂະນະນັ້ນ, ເປົ້າໝາຍຍັງເຫຼືອແມ່ນຄູສອນຊາວ ມາເລເຊຍ ເຮັດວຽກຢູ່ໂຮງຮຽນ ສົງຂອງ ເອກະຊົນ, ຖືກຈັບຕົວເມື່ອເດືອນ ທັນວາ ປີ 2017 ຍ້ອນຖືກລະແວງສົງໄສມີກົນອຸບາຍບຸກໂຈມຕີຢູ່ສະຖານທີ່ ບັນເທິງ ແລະ ຈັບຕົວ ຫຼື ເຂັ່ນຂ້າບັນດາຜູ້ບໍ່ຖືສາສະໜາອິດສະລາມ.

ຕອບກັບ

ຂ່າວ/ບົດ​ອື່ນ