(vovworld) – ວັນທີ 21/02, ກອງທັບມຽນມາ ໃຫ້ຮູ້ວ່າ, ສະພາບການຢູ່ເຂດ Kokang ຂຶ້ນກັບລັດ Shan ຢູ່ພາກຕາເວັນອອກສຽງເໜືອຂອງປະເທດນີ້ ໄດ້ກັບຄືນສູ່ສະພາບເປັນປົກກະຕິເທື່ອລະກ້າວ ພາຍຫຼັງການປະທະກັນກັບກຳລັງຊົນເຜົ່າສ່ວນໜ້ອຍຢູ່ Kokang, ເຊິ່ງໄດ້ເອີ້ນວ່າ ພັນທະມິດກອງທັບປະຊາທິປະໄຕແຫ່ງຊາດມຽນມາ (MNDAA). ໃນການປະຊຸມຂ່າວຢູ່ນະຄອນຫຼວງ Naypyidaw, ໂຄສົກກະຊວງປ້ອງກັນປະເທດມຽນມາ, ພົນຕີ Mya Htun Oo, ໃຫ້ຮູ້ວ່າ, ການປະທະກັນຢ່າງຮ້າຍແຮງເກີດຂຶ້ນແຕ່ວັນທີ 09/02 ຜ່ານມາ, ໄດ້ເຮັດໃຫ້ພົນທະຫານ, ຕຳຫຼວດ 54 ຄົນເສຍຊີວິດ ແລະ ພົນທະຫານ 100 ຖືກບາດເຈັບ. ໃນຂະນະນັ້ນ, ກອງທັບລັດຖະບານກໍ່ດັບສູນພາກສ່ວນກໍ່ການຮ້າຍ MNDAA ປະມານ 72 ຄົນ.
ປະຈຸບັນ Kokang ຍັງຖືກຈັດວາງໃນສະພາວະສຸດເສີນ ໃນໄລຍະເວລາ 90 ວັນ, ນັບແຕ່ວັນທີ 17/02, ພ້ອມກັນນັ້ນ, ບັນດາກຳລັງປະກອບອາວຸດລັດຖະບານ ຈະຮັກສາມາດຕະການຕ່າງໆເພື່ອຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບຢູ່ທີ່ນີ້ ຍ້ອນການປະທະກັນຍັງຄົງເກີດຂຶ້ນເມື່ອຕົ້ນອາທິດນີ້.