ຢືນຢັນບົດບາດສຳຄັນຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982

(VOVWORLD) -ທຸກການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ລວມທັງ UNCLOS 1982
ຢືນຢັນບົດບາດສຳຄັນຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງຮ້ຽວ
(ພາບ: TTXVN)

ກອງປະຊຸມສຳມະນາຄັ້ງທີ 3 ຂອງເວທີປາໄສພາກພື້ນອາຊຽນ (ARF) ກ່ຽວກັບການໝູນໃຊ້ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982) ແລະ ບັນດາເອກະສານນິຕິກຳສາກົນອື່ນໃນການຮັບມືກັບບັນດາສິ່ງທ້າທາຍທີ່ພວມເກີດຂຶ້ນຢູ່ທະເລໄດ້ຖືກດຳເນີນໃນຕອນບ່າຍວັນທີ 01 ມິຖຸນາ. ເຫດການໂດຍກະຊວງການຕ່າງປະເທດຫວຽດນາມ ສົມທົບກັບກະຊວງການຕ່າງປະເທດບັນດາປະເທດ ອິນເດຍ, ອົດສະຕາລີ, ການາດາ ແລະ ສະຫະພາບເອີລົບ ຈັດຂຶ້ນທາງອອນລາຍ ແລະ ໂດຍກົງ .

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງຮ້ຽວ ໄດ້ຢືນຢັນບົດບາດສຳຄັນຂອງ UNCLOS 1982 ຄືດັ່ງ “ລັດຖະທຳມະນູນ” ຂອງມະຫາສະໝຸດ, ແມ່ນຂອບເຂດນິຕິກຳໃຫ້ແກ່ການແກ້ໄຂບັນດາສິ່ງທ້າທາຍຢູ່ທະເລໃນພາກພື້ນ, ລວມທັງບັນດາສິ່ງທ້າທາຍທີ່ຫາກໍ່ເກີດຂຶ້ນພາຍຫຼັງສົນທິສັນຍາໄດ້ຮັບຮອງເອົາ. ຕາມທ່ານ ຟ້າມກວາງຮ້ຽວ ແລ້ວ, ທຸກການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ລວມທັງ UNCLOS 1982; ຮ່ວມມືກັນໂດຍມີເຈດຕະນາດີ, ບົນພື້ນຖານສົນທິສັນຍາ ຈະປະກອບສ່ວນເພີ່ມຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ.

        ມີຄວາມເຫັນເຊັນດຽວກັນ, ບັນດາປະທານຮ່ວມແມ່ນເອກອັກຄະລັດຖະທູດ ການາດາ ແລະ ເອກອັກຄະລັດຖະທູດອົດສະຕາລີ ປະຈຳຫວຽດນາມ ກໍ່ເນັ້ນໜັກເຖິງບົດບາດ, ຄຸນຄ່າຂອງ UNCLOS 1982. ທ່ານເອກອັກຄະລັດຖະທູດ ການາດາ Deborah Paul ຢຶນຢັນການສະໜັບສະໜູນທຸກຄວາມມານະພະຍາຍາມຂອງບັນດາປະເທດໃນການຄຸ້ມຄອງ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ