ຢູ​ແກຼນ, ຝ​ລັ່ງ, ອັງ​ກິດ​ ຢາກ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສາ​ກົນ ເພື່ອ​ແນ​ໃສ່​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ຢູ​ແກຼນ - ລັດ​ເຊຍ

(VOVWORLD) -ວັນທີ 28 ມັງກອນ, ທ່ານປະທານາທິບໍດີ ຢູແກຼນ Volodymry Zelenskiy ໄດ້ເນັ້ນໜັກວ່າ ຕ້ອງຍູ້ແຮງການເຈລະຈາສາກົນ ເພື່ອແນໃສ່ ຫຼຸດຜ່ອນການ ຄວາມເຄັ່ງຕຶງ ປີນຂັ້ນໄດຢູ່ ເຂດຊາຍແດນ ລະຫວ່າງ ປະເທດນີ້ ແລະ ລັດເຊຍ.

ຢູ​ແກຼນ, ຝ​ລັ່ງ, ອັງ​ກິດ​ ຢາກ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສາ​ກົນ ເພື່ອ​ແນ​ໃສ່​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ຢູ​ແກຼນ - ລັດ​ເຊຍ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymry Zelenskiy  (ພາບ: AFP/TTXVN)

ກ່າວຄຳເຫັນພາຍຫຼັງການໂອ້ລົມທາງໂທລະສັບກັບ ຄູ່ຮ່ວມຕຳແໜ່ງຝລັ່ງ ທ່ານ Emmanuel Macron, ທ່ານປະທານາທິບໍດີ ຢູແກຼນ ຊີ້ແຈ້ງວ່າ: ຖ້າເງື່ອນໄຂເອື້ອອຳນວຍ, ພວກເຮົາຈະພົບປະ ແລະ ເຈລະຈານຳກັນ. ທ່ານໃຫ້ຮູ້ຕື່ມອີກວ່າ ໄດ້ເຫັນດີເປັນເອກະພາບ ກັບການນຳຝລັ່ງ ເພື່ອແນໃສ່ໃຫ້ທັນກັບຄວາມຄືບໜ້າຂອງການເຈລະຈາ.

ແລະກໍ່ໃນວັນດຽວກັນ, ຜູ້ຊ່ວຍວຽກຂອງ ທ່ານປະທານາທິບໍດີ ຝລັ່ງ ໃຫ້ຮູ້ວ່າ ໃນການໂອ້ລົມທາງໂທລະສັບໃນວັນດຽວກັນ,  ທ່ານປະທານາທິບໍດີ ຝລັ່ງ ແລະ ຄູ່ຮ່ວມຕຳແໜ່ງລັດເຊຍກໍ່ ໄດ້ເຫັນດີເປັນເອກະພາບ ຕໍ່ຄວາມຈຳເປັນ ຂອງການຫຼຸດຜ່ອນຄວາມເຄັ່ງຕຶງ ໃນວິກິດການຢູ່ຢູແກຼນ. ເຈົ້າໜ້າທີ່ທ່ານນີ້ ກໍ່ໃຫ້ຮູ້ວ່າ ການນຳລັດເຊຍ ໄດ້ເວົ້າຢ່າງຈະແຈ້ງວ່າ ທ່ານບໍ່ຢາກສູ້ຢັນກັນ.

ຕອບກັບ

ຂ່າວ/ບົດ​ອື່ນ