(vovworld) – ວັນທີ 8/2, ຢູແກຼນ ໄດ້ດຳເນີນການສືບສວນກ່ຽວກັບເຫດການພົນລະເມືອງຄົນໜຶ່ງຂອງປະເທດນີ້ຊອກຫາວິທີບັງຄັບເຮືອບິນໂດຍສານພວມເດີນທາງໄປຍັງ ຕວກກີ ຕ້ອງຫັນທິດບິນໄປເຖິງ Sochi (ສະຫະພັນ ລັດເຊຍ), ບ່ອນທີ່ຫາກໍ່ດຳເນີນພິທີໄຂງານແຂ່ງຂັນກິລາ Olympic ລະດູໜາວ 2014 ດ້ວຍການເຂົ້າຮ່ວມຂອງປະມຸກລັດຫຼາຍທ່ານໃນໂລກ. ກ່າວຄຳເຫັນຕໍ່ສື່ມວນຊົນ, ຫົວໜ້າຄະນະສືບສວນສັງກັດອົງການປ້ອງກັນຄວາມສະຫງົບ ຢູແກຼນ (SBU), ທ່ານ Maxim Lenko ໃຫ້ຮູ້ວ່າ: SBU ໄດ້ດຳເນີນການສືບສວນກ່ຽວກັບການກະທຳກໍ່ການຮ້າຍກໍ່ຄືສາຍເຫດພາໄປເຖິງການຈີ້ເຮືອບິນຂອງຜູ້ໂດຍສານຄົນນັ້ນ. ຕາມບັນດາແຫຼ່ງຂ່າວຈາກການສືບສວນໃນເບື້ອງຕົ້ນແລ້ວ, ຜູ້ໂດຍສານດັ່ງກ່າວຖືກເມົາເຫຼົ້າ ໄດ້ນາບຂູ່ວ່າໃນເຮືອບິນລຳດັ່ງກ່າວມີລູກລະເບີດ ແລະ ບັງຄັບໃຫ້ເຮືອບິນຕ້ອງຫັນທິດໄປເຖິງ Sochi. ຕາມທ່ານ Lenko ແລ້ວ, “ຜູ້ຈີ້ເຮືອບິນ” ໄດ້ມີຄຳເວົ້າໝີ່ນປະໝາດການນຳ ຢູແກຼນ ແລະ ລັດເຊຍ, ພ້ອມທັງຮຽກຮ້ອງປ່ອຍຕົວບັນດາ “ຕົວປະກັນ” ຊາວຢູແກຼນ, ໝາຍເຖິງຜູ້ແຫ່ຂະບວນປະທ້ວງນັບສີບຄົນຖືກຕຳຫຼວດ ຢູແກຼນ ຈັບຕົວໃນການປະທະກັນໂດຍໃຊ້ຄວາມຮຸນແຮງຢູ່ນະຄອນຫຼວງ Kiev ໃນກ່ວາ 2 ເດືອນຜ່ານມາ.