ລັດຖະບານຊູດັງແລະພວກກະບົດບັນລຸໄດ້ຂໍ້ຕົກລົງສັນຕິພາບ

(VOVWORLD) -ວົງການເຈົ້າໜ້າທີ່ຂັ້ນສູງຊູດັງ ແລະ ຫົວໂປ່ຝ່າຍຄ້ານໄດ້ລົງນາມໃນຮ່າງຂໍ້ຕົກລົງປ້ອງກັນຄວາມສະຫງົບ ແລະ ບາງບັນຫາອື່ນໆ.

ວັນທີ 30 ສິງຫາ, ແນວໂຮມປະຕິວັດຊູດັງ-ພັນທະມິດການເມືອງລຸກຮື້ຂຶ້ນຢູ່ປະເທດອາຟະລິກາ, ລວມມີບັນດາກຸ່ມລຸກຮື້ຂຶ້ນຈາກເຂດທາງທິດຕາເວັນຕົກ Darfur, ທິດໃຕ້ Kordofan, Blue Nile ຢູ່ທາງທິດໃຕ້, ໄດ້ເຫັນດີຕໍ່ຂໍ້ຕົກລົງສັນຕິພາບກັບລັດຖະບານ.

        ວົງການເຈົ້າໜ້າທີ່ຂັ້ນສູງຊູດັງ ແລະ ຫົວໂປ່ຝ່າຍຄ້ານໄດ້ລົງນາມໃນຮ່າງຂໍ້ຕົກລົງປ້ອງກັນຄວາມສະຫງົບ ແລະ ບາງບັນຫາອື່ນໆ. ຕາມນັ້ນແລ້ວ, ຂໍ້ຕົກລົງສຸດທ້າຍຈະລວມມີບັນດາບັນຫາຄື: ຄວາມໝັ້ນຄົງ, ສິດກຳມະສິດທີ່ດິນ, ສິດແບ່ງປັນສິດອຳນາດ ແລະ ສົ່ງບັນດາຜູ້ປະລະເຮືອນຊານຍ້ອນສົງຄາມກັບເມືອປະເທດ. ຂໍ້ຕົກລົງກໍ່ໄດ້ເຕື້ອງເຖິງເລື່ອງໂຮມກຳລັງທະຫານກະບົດເຂົ້າກອງທັບແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ