ລັດຖະບານມຽນມາແລະບັນດາກຸ່ມປະກອບອາວຸດເຜົ່າພັນສົມທົບກັນຮຽບຮຽງຂໍ້ຕົກລົງຢຸດຍິງ

ລັດຖະບານມຽນມາແລະບັນດາກຸ່ມປະກອບອາວຸດເຜົ່າພັນສົມທົບກັນຮຽບຮຽງຂໍ້ຕົກລົງຢຸດຍິງ - ảnh 1
ບັນດາຝ່າຍເຜົ່າ​ພັນເຊັນຂໍ້ຕົກລົງຢຸດຍິງກັບລັດຖະບານ ມຽນມາ ເມື່ອວັນທີ 25/1
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

(​vovworld) – ທີ່ການ​ພົບ​ປະ​ຢູ່​ສູນ​ສັນຕິພາບ​ຢູ່ Yangon ລະຫວ່າງ​ຜູ້ຕາງໜ້າ​ຂອງ 21 ກຸ່ມ​​ເຜົ່າ​ພັນ​​ປະກອບ​ອາ​ວຸດ, ​ໃນ​ນັ້ນ​ມີ 16 ກຸ່ມ​ຂຶ້ນ​ກັບ​ກຸ່ມ​ປະສານງານ​ຢຸດ​ຍິງ​ທົ່ວ​ປະ​ເທດ (NCCT), ພ້ອມ​ກັບ​ຜູ້ຕາງໜ້າ​ຂອງ​ລັດຖະສະພາ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ມຽນມາ, ທ່ານ U Aung Min, ຮອງ​ປະທານ​ຄະນະ​ກຳມະການ​ສ້າງ​ສັນຕິພາບ​ສູນ​ກາງຂອງ​ລັດຖະບານ, ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ​ເຂົ້າ​ຮ່ວມ​ການ​ຮຽບຮຽງ​ເອກະສານ​​​ເປັນເອກະ​ພາບ​ນີ້​ເພື່ອ​ຮັບປະກັນ​ເລື່ອງ​ເຊັນ​ຂໍ້​ຕົກລົງ​ຢຸດ​ຍິງ​ທົ່ວ​ປະ​ເທດ (NCA). ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານາທິບໍດີ ມຽນມາ U Thein Sein ​ໄດ້​ລາຍ​ງານ​ຕໍ່ໜ້າລັດຖະສະພາ​ວ່າ: ລັດຖະບານ​ບັນ​ລຸ​ໄດ້​ຂໍ້​ຕົກລົງ​ສັນຕິພາບ​ກັບ​ຫົວໜ້າ​ບັນດາ​ກຸ່ມ​​ເຜົ່າ​ພັນ​ຈຳນວນ​ໜຶ່ງ, ປັບປຸງ​ຄວາມ​ຫວັງ​ຢຸດ​ຕິ​ເສີກ​ກາງ​ເມືອງ​ທີ່​ແກ່ຍາ​ວຕະຫຼອດ 6 ທົດ​ສະ​ວັດ​ຜ່ານ​ມາ.

 


ຂ່າວ/ບົດ​ອື່ນ