ລັດຖະບານຮຽກຮ້ອງບັນດາທ້ອງຖິ່ນເພີ່ມທະວີວຽກງານປ້ອງກັນ, ຕ້ານພະຍາດໝາກສຸກລີງ

(VOVWORLD) -ກະຊວງສາທາລະນະສຸກ, ຕ້ອງຕິດຕາມຢ່າງແໜ້ນແຟ້ນ, ອັບເດັດຂໍ້ມູນສະພາບການພະຍາດ, ຄຳກ່າວເຕືອນຂອງອົງການອະນາໄມໂລກ (WHO) ເພື່ອເປັນເຈົ້າການມີມາດຕະການປ້ອງກັນ, ຕ້ານພະຍາດ
ລັດຖະບານຮຽກຮ້ອງບັນດາທ້ອງຖິ່ນເພີ່ມທະວີວຽກງານປ້ອງກັນ, ຕ້ານພະຍາດໝາກສຸກລີງ - ảnh 1(ພາບ: TTXVN)

ວັນທີ 01 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເຊັນໂທລະເລກຂອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆ ເພີ່ມທະວີວຽກງານປ້ອງກັນ, ຕ້ານ ພະຍາດໝາກສຸກລີງ. ຕາມນັ້ນແລ້ວ, ນາຍົກລັດຖະມົນຕີຮຽກຮ້ອງໃຫ້: ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ລະດົມທຸກຂັ້ນ, ຂະແໜງການ, ໝູ່ຄະນະເຂົ້າຮ່ວມວຽກງານປ້ອງກັນ, ຕ້ານພະຍາດໝາກສຸກລີງ; ຕິດຕາມພະຍາດຢູ່ດ່ານຊາຍແດນໃນວົງຄະນະຍາດ, ກວດພົບຜູ້ຕິດພະຍາດຢ່າງວ່ອງໄວ, ປິ່ນປົວຢ່າງທັນການ, ຈຳກັດຜູ້ເສຍຊີວິດຢູ່ໃນລະດັບຕ່ຳສຸດ, ແກ້ໄຂເຂດເກີດພະຍາດ; ກະກຽມຢຸກຢາ, ອຸປະກອນ, ບ້ວງລາຍຈ່າຍ ເພື່ອຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ, ຮັບ ແລະ ປິ່ນປົວບັນດາກໍລະນີຕິດພະຍາດ.

        ສຳລັບກະຊວງສາທາລະນະສຸກ, ຕ້ອງຕິດຕາມຢ່າງແໜ້ນແຟ້ນ, ອັບເດັດຂໍ້ມູນສະພາບການພະຍາດ, ຄຳກ່າວເຕືອນຂອງອົງການອະນາໄມໂລກ (WHO) ເພື່ອເປັນເຈົ້າການມີມາດຕະການປ້ອງກັນ, ຕ້ານພະຍາດ, ປິ່ນປົວຢ່າງມີປະສິດທິຜົນ, ທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ