ລັດຖະມົນຕີ ອາເມລິກາ, ການາດາ ແລກປ່ຽນກ່ຽວກັບບັນຫາບັນຫາສາກົນທີ່ພວມເຄັ່ງຮ້ອນ

(VOVWORLD) - ວັນທີ 16 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ແລະ ຄູ່ຕຳແໜ່ງ ການາດາ ທ່ານນາງ Chrystia Freeland ໄດ້ມີການໂອ້ລົມທາງໂທລະສັບ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ລັດຖະມົນຕີ ອາເມລິກາ, ການາດາ ແລກປ່ຽນກ່ຽວກັບບັນຫາບັນຫາສາກົນທີ່ພວມເຄັ່ງຮ້ອນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ແລະ ຄູ່ຕຳແໜ່ງ ການາດາ ທ່ານນາງ Chrystia Freeland (ພາບ: AP)

ລະອຽດແມ່ນ ລັດຖະມົນຕີການຕ່າງປະເທດ 2 ປະເທດ ໄດ້ແລກປ່ຽນກ່ຽວກັນການຮ່ວມມືໃນການແກ້ໄຂວິກິດການຢູ່ ເວເນຊູເອລາ; ໃຫ້ຄຳໝັ້ນສັນຍາກ່ຽວກັບເລື່ອງປອດນິວເຄຼຍຢ່າງສີ້ນເຊີງ, ສາມາດກວດກາ ແລະ ບໍ່ອາດຕາວປີ້ນໃນແຫຼມ ເກົາຫຼີ. 2 ຝ່າຍກໍ່ປຶກສາຫາລືກ່ຽວກັບຄວາມສຳຄັນຂອງເລື່ອງສືບຕໍ່ບັນດາການເຈລະຈາ ແນໃສ່ປັບປຸງ NAFTA.

ຕອບກັບ

ຂ່າວ/ບົດ​ອື່ນ