ລັດຖະມົນຕີ​ກະຊວງ​ການ​ເງິນ ບັນດາ​ປະ​ເທດ G7 ປຶກສາ​ຫາລື​ກ່ຽວກັບ​ຍຸດ​ທະ​ສາ​ດຊຸກຍູ້​ເສດຖະກິດ

(VOVWORLD) -ວັນທີ 30 ເມສາ, ລັດຖະມົນຕີກະຊວງການເງິນ ກຸ່ມບັນດາປະເທດອຸດສາຫະກໍາພັດທະນາແຖວໜ້າໂລກ (G7) ໄດ້ປຶກສາຫາລືກ່ຽວກັບຍຸດທະສາດຊຸກຍູ້ການເຄື່ອນໄຫວເສດຖະກິດ ເມື່ອບັນດາພື້ນຖານເສດຖະກິດເຫຼົ່ານີ້ ເປີດປະຕູຄືນໃໝ່ ພາຍຫຼັງຖືກຢຸດສະງັກ ຍ້ອນບັນດາມາດຕະການປິດລ້ອມ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19.
ລັດຖະມົນຕີ​ກະຊວງ​ການ​ເງິນ ບັນດາ​ປະ​ເທດ G7 ປຶກສາ​ຫາລື​ກ່ຽວກັບ​ຍຸດ​ທະ​ສາ​ດຊຸກຍູ້​ເສດຖະກິດ - ảnh 1ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ກ່າວຄໍາເຫັນຢູ່ທໍານຽບຂາວ ໃນວັນທີ 9 ມີນາ 2020 (ພາບ: THX/TTXVN)

        ກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນຂອງປະເທດນີ້ ແລະ ບັນດາຄູ່ຕໍາແໜ່ງຂອງທ່ານຈາກບັນດາປະເທດອື່ນໃນກຸ່ມ G7 ກໍໄດ້ປຶກສາຫາລືກ່ຽວກັບຄວາມສໍາຄັນຂອງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ກໍຄືການນໍາໃຊ້ກົນໄກຄັດເລືອກນັກລົງທຶນເພື່ອກໍານົດຄວາມສ່ຽງຕໍ່ຄວາມສະຫງົບແຫ່ງຊາດ. ການແລກປ່ຽນດັ່ງກ່າວ ຖືກດໍາເນີນຜ່ານທາງໂທລະສັບ ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ດ້ານການເງິນແຖວໜ້າຂອງ ການາດາ, ຝລັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ອັງກິດ, ສະຫະພາບເອີຣົບ ແລະ ກຸ່ມບັນດາປະເທດນໍາໃຊ້ສະກຸນເງິນເອີໂຣ. ປັດຈຸບັນ, ອາເມລິກາ ພວມມີບົດບາດເປັນປະທານ ກຸ່ມ G7.


ຕອບກັບ

ຂ່າວ/ບົດ​ອື່ນ