ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນຈັດການປະຊຸມກັບບັນດາຄູ່ຮ່ວມມື

(VOVWORLD) -ວັນທີ 24 ຕຸລາ, ລັດຖະມົນຕີກະຊວງປ້ອງກັນປະເທດ 10 ປະເທດສະມາຊິກ ອາຊຽນ ໄດ້ຈັດການປະຊຸມຢູ່ ແຂວງ Pampanpa ປະເທດ ຟີລີບປີນ ພ້ອມກັບຄູ່ຕຳແຫນ່ງມາຈາກ ອາເມລິກາ, ຍີ່ປຸ່ນ, ຈີນ ແລະ 5 ປະເທດອື່ນ ລວມມີ: ອົດສະຕາລີ, ອິນເດຍ, ນິວເຊີແລນ, ສເກົາຫລີ ແລະ ລັດເຊຍ, ໄດ້ປຶກສາຫາລືບັນດາບັນຫາຄວາມສະຫງົບປອດໄພຢູ່ພາກພື້ນ ແລະ ສາກົນ. 

ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນຈັດການປະຊຸມກັບບັນດາຄູ່ຮ່ວມມື - ảnh 1 ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ

ພາບ:qdnd

ກ່າວຄຳເຫັນໄຂກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ  (ADMM+) ຄັ້ງທີ 4, ທ່ານ Delfin Lorenzana ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລີບປີນ ປາດຖະຫນາວ່າ ບັນດາປະເທດເຂົ້າຮ່ວມກອງປະຊຸມ ອາດເປີດກວ້າງບັນດາຂົງເຂດຮ່ວມມືໃນບັນດາບັນຫາປ້ອງກັນຊາດປ້ອງກັນຄວາມສະຫງົບ, ໃນນັ້ນ ມີການຕ້ານລັດທິກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ, ຄວາມປອດໄພການເດິນທະເລ, ຄວາມປອດໄພທາງເຄືອຄ່າຍອິນເຕີແນັດ ແລະ ກູ້ໄພກູ້ຊີບຈາກໄພທຳມະຊາດ. ກອງປະຊຸມ ADMM+ ຄັ້ງທີ 11 ດ້ວຍບັນດາເນື້ອໃນຈຸດສຸມ ນັ້ນແມ່ນບັນດາສິ່ງທ້າທາຍໃນພາກພື້ນ ລວມມີ ກໍ່ການຮ້າຍ, ອາດຊະຍາກຳຢາເສບຕິດ ແລະ ການປະທະກັນການເດີນທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ