ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານພິທີຕ້ອນຮັບ, ການພົບປະເຈລະຈາກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ແລະ ກໍາປູເຈຍ

(VOVWORLD) -ຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ລາຊະອານາຈັກ ກໍາປູເຈຍ ໂດຍທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ນັບແຕ່ວັນທີ 19 – 22 ທັນວາ;  ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນທົ່ວປວງຊົນປ້ອງກັນຊາດ (22/12/1989 – 22/12/2019) ແລະ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ (22/12/1944 – 22/12/2019).

        ຕອນເຊົ້າວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ. ໃນການພົບປະເຈລະຈາ ທີ່ຈັດຂຶ້ນພາຍຫຼັງພິທີຕ້ອນຮັບ, ສອງຝ່າຍຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດໃນຊຸມປີຜ່ານມາ ໄດ້ນໍາມາເຊິ່ງປະສິດທິຜົນອັນແທດຈິງ ແລະ ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີ ສຸມໃສ່ຍູ້ແຮງວຽກງານໂຄສະນາ; ການແລກປ່ຽນ ແລະ ສະໜອງຂໍ້ມູນຂ່າວສານ, ກໍານົດທິດແນວຄິດ, ຫາງສຽງ, ແບ່ງປັນບົດຮຽນໃນການເຄື່ອນໄຫວໃນຂົງເຂດແນວຄິດວັດທະນະທໍາ.

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານພິທີຕ້ອນຮັບ, ການພົບປະເຈລະຈາກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ແລະ ກໍາປູເຈຍ - ảnh 1ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ (ພາບ: TTXN)

        ສອງຝ່າຍເຫັນດີຈະສົມທົບກັນຮັບປະກັນຄວາມສະຫງົບປອດໄພ ຢູ່ເສັ້ນຊາຍແດນທັງໝົດ; ຍົກສູງຄຸນນະພາບການບໍາລຸງສ້າງ, ຄຸ້ມຄອງນັກສຶກສາ, ຄົ້ນຄວ້າປ່ຽນແປງໃໝ່ຮູບແບບການຝຶກແອບ ຈັດຕັ້ງຢູ່ພາຍໃນປະເທດ ແລະ ຜັດປ່ຽນກັນໄປທັດສະນະສຶກສາຕົວຈິງຢູ່ປະເທດຂອງກັນ; ຊອກຫາ, ເຕົ້າໂຮມ ແລະ ສົ່ງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ ກໍາປູເຈຍ ໃນປາງສົງຄາມກັບເມືອປະເທດ.

        ສິ້ນສຸດການພົບປະເຈລະຈາ, ທ່ານພົນເອກ ໂງຊວັນລິກ ແລະ ທ່ານພົນເອກ Tea Banh ໄດ້ລົງນາມໃນອະນຸສັນຍາວ່າດ້ວຍການຮ່ວມມືໄລຍະ 2020 – 2024 ແລະແຜນການຮ່ວມມືປີ 2020 ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບ ກະຊວງປ້ອງກັນປະເທດ ກໍາປູເຈຍ.

        ແລະກໍໃນວັນດຽວກັນ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກໍໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

        ທີ່ການຕ້ອນຮັບ, ສອງຝ່າຍຕ່າງກໍຢັ້ງຢືນວ່າ ຈະມານະພະຍາຍາມປະກອບສ່ວນເພີ່ມທະວີ, ປັບປຸງສາຍພົວພັນລະຫວ່າງ ຫວຽດນາມ - ລາວ ເວົ້າສະເພາະ, ການພົວພັນສາມັກຄີີລະຫວ່າງ ສາມປະເທດ ຫວຽດນາມ -ລາວ -ກໍາປູເຈຍ ເວົ້າລວມ; ຍູ້ແຮງການໂຄສະນາ, ສຶກສາອົບຮົມໃຫ້ແກ່ພະນັກງານ, ນາຍທະຫານ ແລະ ປະຊາຊົນສອງປະເທດ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ, ປະຊາຊົນ ແລະ ກອງທັບສອງປະເທດ ຫວຽດນາມ - ລາວ.

        ເນື່ອງໃນໂອກາດນີ້, ສອງຝ່າຍກໍ່ໄດ້ລົງນາມໃນອະນຸສັນຍາວ່າດ້ວຍການຮ່ວມມືໄລຍະ 2020 – 2024 ແລະ ແຜນການຮ່ວມມືປີ 2020 ລະຫວ່່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດ ລາວ./.


ຕອບກັບ

ຂ່າວ/ບົດ​ອື່ນ