ລັດຖະມົນຕີການຕ່າງປະເທດ Mike Pompeo: ອາເມລິກາ ຈະສືບຕໍ່ເພີ່ມກໍາລັງດັນຕໍ່ ອີຣານ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ບໍ່ໃຫ້ຮູ້ລະອຽດວ່າ ວໍຊິງຕັນ ອາດຈະຍົກເວັ້ນພາສີໃຫ້ບັນດາປະເທດທີ່ນໍາເຂົ້ານໍ້າມັນຈາກ ອີຣານ ຫຼື ບໍ?

        ເມື່ອກ່າວຄໍາເຫັນຕໍ່ໜ້າກໍາມາທິການໜຶ່ງຂອງສະພາສູງ ອາເມລິກາ ໃນວັນທີ 10 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະສືບຕໍ່ເພີ່ມກໍາລັງດັນຕໍ່ ອີຣານ ເພື່ອ “ບັງຄັບໃຫ້ປະເທດນີ້ຕ້ອງປ່ຽນແປງການກະທໍາ”. ເຖິງຢ່າງໃດກໍຕາມ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ບໍ່ໃຫ້ຮູ້ລະອຽດວ່າ ວໍຊິງຕັນ ອາດຈະຍົກເວັ້ນພາສີໃຫ້ບັນດາປະເທດທີ່ນໍາເຂົ້ານໍ້າມັນຈາກ ອີຣານ ຫຼື ບໍ?

        ແລະກໍໃນວັນດຽວກັນ, ຫຼາຍປະເທດ ໄດ້ກ່າວປະນາມການຕັດສິນໃຈຂອງທ່ານປະທານາທິບໍດີ Donald Trump. ໃນນັ້ນ, ກະຊວງການຕ່າງປະເທດ ອີຣັກ ເນັ້ນໜັກວ່າ ການຕັດສິນໃຈຂອງ ອາເມລິກາ ແມ່ນບໍ່ເໝາະສົມ ແລະ ບໍ່ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ສະຖຽນລະພາບຢູ່ພາກພື້ນຕາເວັນອອກກາງ. ອີຣັກ ໃຫ້ຄໍາໝັ້ນສັນຍາວ່າ ຈະຕັ້ງໜ້າສວມບົດບາດ ແລະ ເປັນກາງໃນທຸກຂໍ້ລິເລີ່ມ ກ່ຽວກັບຄວາມໝັ້້ນຄົງຢູ່ບ່ອນທີ່ຍາມໃດກໍໄດ້ຮັບການຂະໜານນາມວ່າ ແມ່ນ “ໝໍ້ຂາງໄຟ” ຂອງ ໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ