ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຢາກ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​​ປະ​ເທດພັນ​ທະ​ມິດ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ  Antony Blinken  ໄດ້ເຕື້ອງເຖິງສິ່ງທ້າທາຍຫຼາຍຢ່າງ ເຊິ່ງ ວໍຊິງຕັນ ພວມຕ້ອງປະເຊີນໜ້າໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ທ່ານກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຄວນຟື້ນຟູສາຍພົວພັນ ລະຫວ່າງ ອາເມລິກາ ກັບບັນດາປະເທດພັນທະມິດ ຄືນໃໝ່ ກໍຄື ກົນໄກຫຼາຍຝ່າຍ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຢາກ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​​ປະ​ເທດພັນ​ທະ​ມິດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ  Antony Blinken  (ພາບ: TTXVN)

ໃນບົດກ່າວປາໄສຄັ້ງທຳອິດ ກ່ຽວກັບນະໂຍບາຍການຕ່າງປະເທດຂອງ ອາເມລິກາ ພາຍໃຕ້ສະໄໝຂອງອຳນາດການປົກຄອງໃໝ່ ຢູ່ສຳນັກງານກະຊວງການຕ່າງປະເທດ ໃນວັນທີ 3 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ  Antony Blinken  ໄດ້ເຕື້ອງເຖິງສິ່ງທ້າທາຍຫຼາຍຢ່າງ ເຊິ່ງ ວໍຊິງຕັນ ພວມຕ້ອງປະເຊີນໜ້າໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ທ່ານກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຄວນຟື້ນຟູສາຍພົວພັນ ລະຫວ່າງ ອາເມລິກາ ກັບບັນດາປະເທດພັນທະມິດ ຄືນໃໝ່ ກໍຄື ກົນໄກຫຼາຍຝ່າຍ.

        ຢູ່ສຳນັກງານຂອງກະຊວງການຕ່າງປະເທດ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken   ໃຫ້ຮູ້ວ່າ ອາເມລິກາ ພວມປະຕິບັດຄວາມມານະພະຍາຍາມເພື່ອເຊື່ອມຕໍ່ກັບບັນດາປະເທດເພື່ອນມິດ ແລະ ພັນທະມິດ. ເຖິງຢ່າງໃດກໍຕາມ, ອາເມລິກາ ບໍ່ມີເຈດຈຳນົງປະຕິບັດບັນດາບັ້ນແຊກແຊງດ້ວຍກຳລັງການທະຫານທີ່ສິ້ນເປືອງ, ແທນທີ່ນັ້ນ ແມ່ນສຸມໃສ່ບັນດາມາດຕະການທາງການທູດ.

        ນອກຈາກນັ້ນ, ທ່ານກໍໄດ້ເຕື້ອງເຖິງສາຍພົວພັນລະຫວ່າງ ອາເມລິກາ ກັບ ຈີນ ແລະ ຢັ້ງຢືນອາດຈະຮ່ວມມືບາງຂົງເຂດກັບຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ