ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເມັກ​ຊີ​ໂກ, ອາ​ເມ​ລິ​ກາ ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ອາ​ເມ​ລິ​ກາ​ກາງ

(VOVWORLD) -  ວັນທີ 2 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ເມັກຊີໂກ Marcelo Ebrard ແລະ ຄູ່ຕຳແໜ່ງ ອາເມລິກາ Anthony Blinken ໄດ້ປຶກສາຫາລືກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ຢູ່ພາກພື້ນ ອາເມລິກາກາງ, ເພື່ອແນໃສ່ແກ້ໄຂສາຍເຫດທີ່ກໍ່ໃຫ້ເກີດສະພາບການອົບພະຍົບຢ່າງຜິດກົດໝາຍໃຫ້ເຖິງກົກເຖິງຮາກ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເມັກ​ຊີ​ໂກ, ອາ​ເມ​ລິ​ກາ ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ອາ​ເມ​ລິ​ກາ​ກາງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Anthony Blinken  (ພາບ: AFP/TTXVN)

ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Anthony Blinken ໃຫ້ຮູ້ວ່າ ບ້ວງເງິນຊ່ວຍເຫຼືອ 4 ຕື້ USD ເຊິ່ງ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ໄດ້ໃຫ້ຄຳໝັ້ນສັນຍາຈະຈັດແບ່ງໃຫ້ແກ່ ຮົງດູຣັດ, ກົວເຕມາລາ ແລະ ແອນ ຊານວາດໍ ຈະຖືກການຄຸ້ມຄອງຈາກບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ແທນທີ່ມອບໃຫ້ບັນດາອົງການພົນລະເຮືອນຄຸ້ມຄອງ.

        ລັດຖະມົນຕີສອງທ່ານກໍເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ແລະ ຕ້ານອາດຊະຍາກຳທີ່ເຄື່ອນໄຫວໂດຍມີການຈັດຕັ້ງ. ກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບກົນໄກຮ່ວມມື ມຸ່ງໄປເຖິງເປົ້າໝາຍ ແຈກຢາຍວັກຊິນຢ່າງຍຸຕິທຳ.


ຕອບກັບ

ຂ່າວ/ບົດ​ອື່ນ