ລັດຖະມົນຕີການຕ່າງປະເທດຍີ່ປຸ່ນຈະຢ້ຽມຢາມອີຣານໃນເດືອນ10ຈະມາເຖິງ

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນຈະຢ້ຽມຢາມອີຣານໃນເດືອນ10ຈະມາເຖິງ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ Fumio Kishida
(ພາບປະກອບ: AFP)


(vovworld) – ຄາດ​ວ່າ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ Fumio Kishida ຈະ​ໄປ​ຢ້ຽມຢາມ​ອີຣານ ​ໃນ​ທ້າຍ​ເດືອນ 10 ຈະ​ມາ​ເຖິງ, ​ເພື່ອ​ປຶກສາ​ຫາ​ລື​ບັນດາ​ມາດ​ຕະການ​ຊຸກຍູ​້ການ​ພົວພັນ​ດ້ານ​ການ​ຄ້​າ 2 ສົ້ນ. 2 ປະ​ເທດ​ມີ​​ແຜນການ​ສ້າງ​ຕັ້ງ​ຄະນະ​ກຳມະການປະສົມ ​ເພື່ອ​ແນ​ໃສ່​ສົ່ງ​ເສ​ີມບັນດາ​ແຜນການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງງານ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ, ກໍ​ຄື​ແກ້​ໄຂ​ບັນດາ​ບັນຫາ​ເສດຖະກິດ​ອື່ນໆ. ປະຈຸ​ບັນ, ຍີ່ປຸ່ນ ພວມ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ໂຄງການນອນ​ໃນ​ຂົງ​ເຂດນ້ຳມັນ​ອາຍ​​ແກັດ ​ແລະ ຜະລິດ​​ນ້ຳມັນ. ບັນດາ​ບໍລິສັດ​ຂອງ​ຍີ່​ປຸ່ນ ຢາກ​ຂຸ​ດຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ຄ້າ​ຂອງ​ຕະຫຼາດ​​ອີຣານ ​ໃນ​ສະພາບ​ທີ່​ອີຣານ ​ແລະ ກຸ່ມ P5+1 ບັນລຸ​ໄດ້​ຂໍ້​ຕົກລົງ​ນິວ​ເຄຼຍປະຫວັດສາດ.

ຂ່າວ/ບົດ​ອື່ນ